ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ສປ ຈີນ ຄົບຮອບ 71 ປີ ຈາກບັນດາການນຳຂັ້ນສູງ ແຫ່ງ ສປປ ລາວ

ເຖິງ: ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫ່ຍ ຄະນະກໍາມະການສູນກາງພັກກອມມູນິດຈີນ,

                      ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ທີ່ ນະຄອນຫຼວງປັກກິ່ງ.

ສະຫາຍ ທີ່ຮັກແພງ,

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 71 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ນັບແຕ່ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສະຖາປະນາໃນວັນທີ 01 ຕຸລາ ປີ 1949 ເປັນຕົ້ນມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ປະດິດສ້າງຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າການທົດສອບນາໆປະການ, ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໂດຍສະເພາະນັບແຕ່ ສປ ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໃນປີ 1978 ເປັນຕົ້ນມາ, ສປ ຈີນ ສືບຕໍ່ມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ກົມກຽວປອງດອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ທັນສະໄໝ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວຕໍ່ເນື່ອງ ແລະ ກ້າວກະໂດດ,ວຽກງານການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນຫຼາຍຮ້ອຍລ້ານຄົນ ໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງ ສປ ຈີນ ພວມໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກວົງຄະນະຍາດສາກົນ. ພິເສດໃນປີ 2020, ບັນດາສະຫາຍ ສາມາດຍາດໄດ້ຜົນສໍາເລັດທີ່ໂດດເດັ່ນໃນການຮັບມືກັບພະຍາດໂຄວິດ-19 ທັງໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍໃຫ້ແກ່ປະເທດຕ່າງໆທີ່ປະສົບກັບການແຜ່ລະບາດຂອງພະຍາດທີ່ຮ້າຍແຮງ ແລະ ມີການຟື້ນຟູເສດຖະກິດຢ່າງວ່ອງໄວ ພາຍຫຼັງມີໄພທຳມະຊາດທີ່ຮ້າຍແຮງໃນປີ 2020 ນີ້.

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດດັ່ງກ່າວ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ແລະ ຖືຜົນສໍາເລັດດັ່ງກ່າວເປັນການປຸກລະດົມໃຈອັນແຮງກ້າແກ່ ພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນໃນປັດຈຸບັນ. ຂໍຖືໂອກາດນີ້ ຕາງໜ້າພັກລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວໜ້ຽວແໜ້ນ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈົ່ງປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝທີ່ມີສີສັນພິເສດຂອງຈີນຕາມຄາດໝາຍທີ່ວາງໄວ້, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກ ຢ່າງມີໄຊ, ສູ້ຊົນບັນລຸເປົ້າໝາຍ 100 ປີ 2 ເຫດການ ກໍ່ຄືຄວາມໄຝ່ຝັນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

ພັກ, ລັດ ແລະ ປະຊາຊົນລາວ ຍຶດໝັ້ນ ແລະ ຖືສໍາຄັນການພົວພັນຮ່ວມມືກັບພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະທີ່ຜ່ານມາ ການພົວພັນທີ່ເປັນມູນເຊື້ອແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ບົນພື້ນຖານການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ພວມນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຈີນ ແລະ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງແກ່ປະຊາຊົນລາວ ມາໂດຍຕະຫຼອດ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂື້ນ.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ,

    

                                                                             ບຸນຍັງ ວໍລະຈິດ

                                                ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

                                               ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
-----------------------------------------------------------------------------------------------------------------------

ຮຽນ: ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

 

ທີ່ ນະຄອນຫຼວງປັກກິ່ງ.

 

ສະຫາຍ ນາຍົກລັດຖະມົນຕີ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 71 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຂໍຖືໂອກາດນີ້ສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ປະຊາຊົນຈີນ ອ້າຍນ້ອງ.

 

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 71 ປີຜ່ານມາ ພາຍໃຕ້ການຊີ້ນຳໆພາ ອັນສະຫຼາດສ່ອງໃສ ຂອງພັກຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຢ່າງຮອບດ້ານ ໃນການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ ໃຫ້ເປັນປະເທດສັງຄົມອີ່ມໜໍາສຳລານເທື່ອລະກ້າວ ຕາມສີສັນຂອງຈີນ ພາຍໃຕ້ການຊີ້ນຳ ນຳພາ ຂອງສະຫາຍ ສີ ຈີ້ນຜິງ ເປັນແກນກາງ, ເສດຖະກິດຂອງ ສປ ຈີນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ວ່ອງໄວ ຈົນກາຍເປັນມະຫາອຳນາດດ້ານເສດຖະກິດອັນດັບຕົ້ນໆຂອງໂລກ. ພ້ອມນັ້ນ, ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງ ສປ ຈີນ ຍັງເປັນກົນໄກໜຶ່ງ ທີ່ສຳຄັນ ຕໍ່ການຮ່ວມມືດ້ານເສດຖະກິດກັບບັນດາປະເທດໃນຂົງເຂດ ແລະ ໃນໂລກ ແລະ ພວມໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ເຮັດໃຫ້ບົດບາດ ອິດທິພົນຂອງພັກ-ລັດ ແຫ່ງ ສປ ຈີນ ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບສູງເດັ່ນຂື້ນ, ອັນພົ້ນເດັ່ນ ແມ່ນ ສປ ຈີນ ໄດ້ຮັບຜົນສຳເລັດຢ່າງສູງໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ດ້ວຍການນຳໃຊ້ມາດຕະການຕ່າງໆທີີ່ມີປະສິດທິຜົນສູງ ແລະ ໄດ້ກາຍເປັນຕົວແບບທີ່ດີໃຫ້ແກ່ປະເທດອື່ນໆ.

 

ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ເວລາໃດກໍ່ໃຫ້ຄວາມສໍາຄັນ ເປັນພິເສດຕໍ່ການພົວພັນຮ່ວມມືກັບ ສປ ຈີນ, ຊຶ່ງເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນລົງນາມໃນປີ 2019, ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນຮ່ວມມືໃນໄລຍະໃໝ່ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມນີ້, ກໍ່ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ທີ່ຕະຫຼອດໄລຍະ ຜ່ານມາ ພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງໃຫຍ່ຫຼວງ ແກ່ພາລະກິດເພື່ອປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດລາວ ຕາມທິດສັງຄົມນິຍົມໃນປະຈຸບັນ. ພິເສດແມ່ນການຊ່ວຍເຫຼືອອັນລໍ້າຄ່າດ້ານການແພດ ແລະ ການສົ່ງຊ່ຽວຊານຈີນໄປຊ່ວຍເຫຼືອ ສປປ ລາວ ໃນໄລຍະການແຜ່ລະຍາດຂອງເຊື້ອພະຍາດ ໂຄວິດ-19, ເຖິງວ່າສະຫາຍຈີນ ກໍ່ປະສົບກັບ ການລະບາດຂອງພະຍາດດັ່ງກ່າວເຊັ່ນກັນ ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫຼືອໃຫ້ແກ່ ສປປ ລາວ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຮັດໃຫ້ ສປປ ລາວ ປະສົບຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃນປະຈຸບັນ.

 

ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າລັດຖະບານ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງປະເທດຈີນສັງຄົມນິຍົມທັນສະໄໝ ຕາມສີສັນພິເສດຂອງຈີນ, ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນວາງອອກ, ບັນລຸເປົ້າໝາຍສູ້ຊົນ 100 ປີ 2 ເຫດການ ແລະ ບັນລຸການຟື້ນຟູຄວາມສີວິໄລຂອງຊາດຈີນ.

 

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງແຕກດອກອອກຜົນຍິ່ງໆຂື້ນ, ປະກອບສ່ວນສ້າງຄວາມເຂັ້ມແຂງແກ່ສອງຊາດ ແລະ ທັງເປັນການປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ຂໍອວຍພອນໃຫ້ສະຫາຍນາຍົກລັດຖະມົນຕີພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

                                                                            ທອງລຸນ ສີສຸລິດ

                                           ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
-----------------------------------------------------------------------------------------------------------------------

ເຖິງ:   ສະຫາຍ ຫລີ ຈ້ານຊູ,      ປະທານຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ

 

ສາທາລະນະລັດ ປະຊາຊົນຈີນ.

 

ທີ່ ນະຄອນຫລວງປັກກິ່ງ

 

ສະຫາຍ ທີ່ຮັກແພງ,

 

          ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 71 ປີ, ໃນນາມ ສະພາແຫ່ງຊາດ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ການນໍາ, ບັນດາສະຫາຍສະມາຊິກສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງຮອບດ້ານ ຂອງ ສປ ຈີນ ທີ່ຍາດມາໄດ້ ຕະຫລອດໄລຍະ 71 ປີ ຜ່ານມາ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຈີນ. ໂດຍສະເພາະແມ່ນໃນໄລຍະ ປີ 2020 ນີ້, ສປ ຈີນ ໄດ້ມີຜົນສໍາເລັດອັນໂດດເດັ່ນ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດຂອງປະເທດ. ພ້ອມດຽວກັນນີ້, ກໍ່ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ໃຫ້ແກ່ການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ລວມທັງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພວກຂ້າພະເຈົ້າ.

 

ພວກຂ້າພະເຈົ້າ ຂໍສະແດງການສະໜັບສະໜູນ ຕໍໍ່ນະໂຍບາຍຈີນດຽວ, ຕາມລະບົບການປົກຄອງ ໜຶ່ງປະເທດ ສອງລະບອບ ແລະ ຖືວ່າ ການຮັບຮອງເອົາກົດໜາຍ ວ່າດ້ວຍການຮັກສາຄວາມໜັ້ນຄົງແຫ່ງຊາດ ຂອງເຂດປົກຄອງພິເສດຮົງກົງ ໂດຍສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເປັນພື້ນຖານທາງກົດໜາຍ ໃຫ້ແກ່ການປົກປັກຮັກສາອໍານາດອະທິປະໄຕ ກໍຄື ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ການພັດທະນາໃນເຂດປົກຄອງພິເສດຮົງກົງ.

 

ພວກຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ການຮ່ວມມືອັນມີຜົນສໍາເລັດຕົວຈິງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໃນການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ການພົວພັນຮ່ວມມື ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຈະໄດ້ຮັບການປັບປຸງໃຫ້ນັບມື້   ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ລາວ-ຈີນ.

 

ສຸດທ້າຍນີ້, ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ຂອງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ຂອງສະຫາຍ.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

 

                                    ປານີ ຢາທໍ່ຕູ້

                   ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
-----------------------------------------------------------------------------------------------------------------------

ສະຫາຍ ຫວາງ ອີ້,

 

ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ

 

ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

 

                                                                                       ທີ່ ນະຄອນຫຼວງປັກກິ່ງ.

 

ສະຫາຍ ລັດຖະມົນຕີ ທີ່ຮັກແພງ,

 

          ເນື່ອງໃນໂອກາດການສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 71 ປີ, ຂ້າພະເຈົ້າ ຂໍຕາງຫນ້າຄະນະນຳ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ສົ່ງພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງບັນດາສະຫາຍການນຳ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທຸກຖ້ວນຫນ້າ.

 

          ຂ້າພະເຈົ້າ, ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງຕໍ່ ບັນດາຜົນສຳເລັດ ທີ່ ສາທາລະນະລັດ ປະຊາຊົນຈີນ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະ ຜົນສໍາເລັດດ້ານວຽກງານການຕ່າງປະເທດ ກໍ່ຄື ການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເຊີດຊູບົດບາດ, ຊື່ສຽງ ແລະ ອິດທິພົນ ຂອງ ສາທາລະນະລັດ ປະຊາຊົນຈີນ ໃນເວທີ ພາກພື້ນ ແລະ ສາກົນ ນັບມື້ ນັບສູງເດັ່ນຂຶ້ນ.

 

ຂ້າພະເຈົ້າ ມີຄວາມພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ນັບມື້ນັບຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ. ຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫາຍ ແລະ ບັນດາການນຳ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນການປະກອບສ່ວນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືສອງປະເທດພວກເຮົາທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ລາວ ແລະ ຈີນ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຫມັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫຼວງກວ່າເກົ່າໃນຫນ້າທີ່ວຽກງານອັນມີກຽດ ແລະ ສູງສົ່ງຂອງພວກສະຫາຍ.

 

          ດ້ວຍຄວາມນັບຖືຢ່າງສູງ,

 

                                                                 

 

                                                                             ສະເຫຼີມໄຊ ກົມມະສິດ

 

                                                                   ລັດຖະມົນຕີກະຊວງການຕ່າງປະເທດ

                                                             ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486452
ມື້ນີ້6
ມື້ວານ142
ອາທິດນີ້114
ເດືອນນີ້5757