ພະນະທ່ານ ວາລາດີເມຍ ປູຕິນ
ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ນະຄອນຫຼວງ ມົດສະກູ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງ ສະຫະພັນ ຣັດເຊຍ ຄົບຮອບ 30 ປີ, ຕາງຫນ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນແຫ່ງ ສະຫະພັນ ຣັດເຊຍ ເພື່ອນມິດທຸກຖ້ວນຫນ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 60 ປີ ຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຫຼາຍຂຶ້ນ ສາຍພົວພັນອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ກວ້າງຂວາງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນຫນ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນຣັດເຊຍ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 11 ມິຖຸນາ 2020
---------------------------------------------------------------------------------------
ພະນະທ່ານ ມິຄາອິລ ວະລາດິມິໂຣວິຊ ມິດຊູສຕິນ
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ນະຄອນຫຼວງ ມົດສະກູ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງ ສະຫະພັນ ຣັດເຊຍ ຄົບຮອບ 30 ປີ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສະຫະພັນ ຣັດເຊຍ ທຸກຖ້ວນຫນ້າ.
ປີ 2020 ແມ່ນປີຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນກັບສະຫະພັນ ຣັດເຊຍ ຊຶ່ງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄລຍະທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີທີ່ມີມາແຕ່ຍາວນານ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.
ເນື່ອງໃນໂອກາດທີ່ມີຄວາມຫມາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນຫນ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ປະຊາຊົນຣັດເຊຍເພື່ອນມິດ ມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 11 ມິຖຸນາ 2020