ນະຄອນຫລວງວຽງຈັນ, ວັນທີ 4 ພຶດສະພາ 2020
ພະນະທ່ານ,
ຂ້າພະເຈົ້າໄດ້ຮັບຂ່າວ ດ້ວຍຄວາມເສົ້າໂສກເສຍໃຈ ຕໍ່ຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນຈຳນວນຫຼວງຫຼາຍ ແກ່ປະຊາຊົນ ສ.ເກົາຫລີ ຈາກເຫດການໄຟໄໝ້ສະຖານທີ່ກໍ່ສ້າງຄັງສິນຄ້າແຫ່ງໜຶ່ງ ຢູ່ເມືອງອິຊອນ, ແຂວງກຽງກີ ໃນວັນທີ 29 ເມສາ 2020 ຜ່ານມາ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ໂດຍສະເພາະແມ່ນຄອບຄົວຂອງຜູ້ຖືກເຄາະຮ້າຍ ທີ່ໄດ້ຮັບຜົນກະທົບ ຈາກເຫດການດັ່ງກ່າວ.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຢ່າງໃກ້ຊິດຂອງ ລັດຖະບານ, ປະຊາຊົນ ສ.ເກົາຫລີ ທີ່ໄດ້ຮັບຜົນກະທົບ ຈາກເຫດການໄຟໄໝ້ໃນຄັ້ງນີ້ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ນາງ ກັງ ກຽງ ຮວາ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ
ທີ່ ເຊອູນ