ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເຫັນໃຈ ຕໍ່ສະພາບການລະບາດ ຂອງພະຍາດເຊື້ອໄວຣັສ ໂຄໂລນາ ສາຍພັນໃໝ່


ສະຫາຍ ຫລີ ເຄີສຽງ,

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ                                   

                                                                                 ທີ່ ນະຄອນຫຼວງປັກກິ່ງ

 

ສະຫາຍ ທີ່ນັບຖື,

 

ຂ້າພະເຈົ້າ ໄດ້ຕິດຕາມຢ່າງໃກ້ຊິດ ສະພາບການລະບາດຂອງພະຍາດ ເຊື້ອໄວຣັສ ໂຄໂລນາ ສາຍພັນໃໝ່ ຢູ່ ນະຄອນອູຫັ້ນ, ແຂວງຫູເປີຍ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ທີ່ໄດ້ແຜ່ຂະຫຍາຍໄປນະຄອນອື່ນໆຂອງ ສປ ຈີນ ອັນໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ກໍ່ຄືສ້າງຄວາມສູນເສຍດ້ານຊີວິດ ແກ່ປະຊາຊົນຈີນຈໍານວນຫຼວງຫຼາຍ.

 

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ຜ່ານສະຫາຍ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະບັນດາຄອບຄົວ ຂອງຜູ້ເສຍຊີວິດໃນຄັ້ງນີ້. ພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍແບ່ງປັນຄວາມທຸກໂສກ ແລະ ຂໍເປັນກໍາລັງໃຈໃຫ້ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ເພື່ອປ້ອງກັນ ແລະ ຕໍ່ສູ້ກັບການລະບາດຂອງເຊື້ອພະຍາດດັ່ງກ່າວ ຮ່ວມກັບວົງຄະນາຍາດສາກົນ ໃຫ້ມີຜົນສໍາເລັດສູງສຸດ.

 

ຂ້າພະເຈົ້າ ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາລະດັບສູງ ແລະ ທັນການຂອງ ພັກ ແລະ ລັດຖະບານ ສປ ຈີນ ເພື່ອສຸມທຸກກໍາລັງແຮງເຂົ້າ ໃນການຄວບຄຸມການລະບາດ ຂອງເຊື້ອໄວຣັສໂຄໂລນາ ດັ່ງກ່າວ ຈົນສາມາດເຮັດໃຫ້ການລະບາດຖືກຈໍາກັດລົງ. ພ້ອມດຽວກັນ ກໍ່ເຊື່ອໝັ້ນຢ່າງໜັກແໜ້ນນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ການເອົາໃຈໃສ່ຢ່າງໃກ້ຊິດ ຂອງບັນດາສະຫາຍການນຳຂັ້ນສູນກາງ ກໍຄືທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານຜ່າຄວາມທຸກຍາກໃນຄັ້ງນີ້ ແລະ ຟື້ນຟູສະພາບດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ນະຄອນຫຼວງວຽງຈັນ, ວັນທີ 28 ມັງກອນ 2020

 

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485857
ມື້ນີ້156
ມື້ວານ206
ອາທິດນີ້893
ເດືອນນີ້5162