ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ມົງໂກລີ ຈາກບັນດາການນຳຂັ້ນສູງຂອງລາວ

ພະນະທ່ານ,

​​​​    ​ເນື່ອງ​ໃນ​ໂອກາດ​ບຸນປະເພນີ Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 813 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 98 ປີ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.

            ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມຊື່ນເປັນ​ຢ່າງ​ຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່້ເປັນມູນເຊື້ອອັນດີງາມ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ທີ່ໄດ້ຮັບການຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳນຳພາ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງປະເທດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ, ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ.

            ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້,​ ຂ້າພະເຈົ້າຂໍອວຍພອນ​ໄຊ​ອັນປະເສີດມາຍັງພະນະທ່ານ    ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ

   ດ້ວຍຄວາມນັບຖືຢ່າງສູງ,

     ນະຄອນຫລວງວຽງຈັນ, ວັນທີ 11 ກໍລະກົດ 2019

                                                                     ບຸນຍັງ ວໍລະຈິດ

                                                                     ປະທານປະເທດ

                                                  ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ KHALTMAAGIIN BATTULGA

ປະທານາທິບໍດີ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕໍ


 

ພະນະທ່ານ,

 

   ​ເນື່ອງ​ໃນ​ໂອກາດ​ບຸນປະເພນີ Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 813 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 98 ປີ, ຂ້າພະເຈົ້າໃນ​ນາມ​ລັດຖະບານ ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ​ແລະ ໃນນາມສ່ວນຕົວ ຂໍສົ່ງພອນໄຊອັນປະເສີດ ແລະ ອົບອຸ່ນມາຍັງລັດຖະບານ ແລະ ປະຊາຊົນມົງໂກລີ ທຸກຖ້ວນໜ້າ.

 

   ຂ້າພະເຈົ້າມີຄວາມຍິນດີເປັນຢ່າງສູງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການພົວພັນຮວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາຈະສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ        ມົງໂກລີ.

 

             ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

             ດ້ວຍຄວາມນັບຖືຢ່າງສູງ,

 

  

 

                                                                      ທອງລຸນ ສີສຸລິດ

 

                                                                    ນາຍົກລັດຖະມົນຕີ

 

                                                  ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ UKHNAAGIIN KHURELSUKH

 

ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

 

ທີ່ ນະຄອນຫລວງ ອູລານບາຕ


 

 

ພະນະທ່ານ,

 

 ເນື່ອງ​ໃນ​ໂອກາດ​ບຸນປະເພນີ Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 813 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 98 ປີ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງບັນດາການນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງມົງໂກລີ ທຸກຖ້ວນໜ້າ.

 

    ຂ້າພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໄດ້ສືບຕໍ່ຂະຫຍາຍຕົວ ເຊິ່ງໄດ້ສະແດງອອກໃນການແລກປ່ຽນ ການຢ້ຽມຢາມ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດພວກເຮົານັບມື້ນັບເພີ່ມຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນໂດຍສະເພາະການຮ່ວມມືທີ່ສະໜິດແໜ້ນ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ. ກໍ່ຄືການປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາຢູ່ພາກພື້ນ ແລະ ໃນໂລກ.

 

             ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.

 

   ດ້ວຍຄວາມນັບຖືຢ່າງສູງ,

 

    

 

                                                               ສະເຫຼີມໄຊ ກົມມະສິດ

 

                                                         ລັດຖະມົນຕີກະຊວງການຕ່າງປະເທດ

 

                                                 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ DAMDIN TSOGTBAATAR

 

ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ

 

ທີ່ ນະຄອນຫລວງ ອູລານບາຕໍ

 


 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485863
ມື້ນີ້162
ມື້ວານ206
ອາທິດນີ້899
ເດືອນນີ້5168