ຈາກາກຕາ, ວັນທີ 31 ກໍລະກົດ 2018
ພະນະທ່ານ ສະເຫລີມໄຊ ກົມມະສິດ
ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈເປັນຢ່າງຍິ່ງ ທີ່ ໄດ້ຊາບຂ່າວວ່າ ເຂື່ອນໄຟຟ້າ ທີ່ ແຂວງອັດຕະປື, ສປປ ລາວ ແຕກໃນວັນທີ 23 ກໍລະກົດ 2018.
ໃນຊ່ວງເວລາແຫ່ງຄວາມໂສກເສົ້ານີ້, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈເປັນຢ່າງຍິ່ງ ໂດຍສະເພາະຕໍ່ຄອບຄົວຜູ້ເສຍຊີວິດ ກໍຄືຜູ້ທີ່ໄດ້ຮັບບາດເຈັບ ແລະ ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້. ພວກຂ້າພະເຈົ້າ ຂໍໄຫວ້ວອນໃຫ້ພຣະຜູ້ເປັນເຈົ້າ ຈົ່ງດົນບັນດານໃຫ້ຜູ້ປະສົບເຄາະຮ້າຍຜ່ານພົ້ນຄວາມທຸກໂສກ ແລະ ມີຄວາມເຂັ້ມແຂງ ເພື່ອຜ່ານຜ່າຊ່ວງເວລາອັນຫຍຸ້ງຍາກນີ້.
ເພື່ອເປັນການສະແດງເຖິງຄວາມສາມັກຄີຕໍ່ ສປປ ລາວ ໃນຊ່ວງເວລາທີ່ຫຍຸ້ງຍາກນີ້,ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາທີ່ ຈະໃຫ້ການຊ່ວຍເຫລືອທີ່ຈຳເປັນ, ເຊິ່ງຂ້າພະເຈົ້າ ໄດ້ມອບໝາຍໃຫ້ເຈົ້າໜ້າທີ່ຂອງຂ້າພະເຈົ້າ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ເພື່ອເກັບກຳຂໍ້ມູນ ທີ່ຝ່າຍລາວຕ້ອງການໃຫ້ຊ່ວຍເຫລືອແລ້ວ.
ດ້ວຍຄວາມນັບຖືຢ່າງສູງ,
ເລັດໂນ ມາຊຸດີ
ພະນະທ່ານ ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫລວງວຽງຈັນ