ປະທານາທິບໍດີ ແຫ່ງສາທາລະນະລັດກຽກກິດສະຖານ
ທີ່ ບິດສເກັກ, ວັນທີ 25 ກໍລະກົດ 2018
ພະນະທ່ານ,
ໃນນາມ ປະຊາຊົນ ແຫ່ງສາທາລະນະລັດກຽກກິດສະຖານ ແລະ ໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ເຫດການໄພພິບັດນໍ້າຖ້ວມ, ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫລວງຫລາຍຕໍ່ເຫດການຄັ້ງນີ້.
ຂ້າພະເຈົ້າຂໍສະແດງຄວາມເຫັນໃຈມາຍັງຍາດຕິພີ່ນ້ອງຂອງຜູ້ທີ່ເສຍຊີວິດ ແລະຫວັງຢ່າງຍິ່ງວ່າປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ຈະໄດ້ຮັບການຟື້ນຟູຄືນຢ່າງຮີບດ່ວນ.
ໂຊໂຣນໄບ ແຊເບຍກົບ
ພະນະທ່ານບຸນຍັງວໍລະຈິດ
ປະທານປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ນະຄອນຫຼວງວຽງຈັນ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ກຽກກິດສະຖານ
ທີ່ ບິດສເກັກ, ວັນທີ 31 ກໍລະກົດ 2018
ພະນະທ່ານ ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫລວງວຽງຈັນ
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ທີ່ໄດ້ຊາບຂ່າວ ກ່ຽວກັບ ເຫດການໄພພິບັດ ຢູ່ທາງພາກໃຕ້ຂອງລາວ, ຊຶ່ງເຮັດໃຫ້ເກີດມີໄພນ້ຳຖ້ວມ, ການສູນເສຍຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍ.
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຫວັງວ່າຢ່າງຍິ່ງວ່າ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບທັງໝົດຈະໄດ້ຮັບການຟື້ນຟູ ແລະ ກັບຄືນສູ່ປົກກະຕິໂດຍໄວ.
ດ້ວຍຄວາມເສົ້າໂສກເສຍໃຈ.
ເອີຣລານ ອັບດູນດາເຍັບ