ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ສປປ ລາວ ສົ່ງໂທລະເລກອວຍພອນຊາດ ສ. ເບລາຣຸສ

 

ພະນະທ່ານ ອາເລັກຊັງເດີ ລູກາເຊັນໂກ,

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸສ

ທີ່ມິນສ໌

ພະນະທ່ານ,

        ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເບລາຣຸສ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ເບລາຣຸສ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸສ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເກີດດອກອອກຜົນຍິ່ງຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.

ດ້ວຍຄວາມນັບຖືເປັນຢ່າງສູງ,

ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------------

 

ພະນະທ່ານ ອັງເດຣ ໂກເບຍກົບ

 

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເບລາຣຸສ

 

ທີ່ມິນສ໌

 

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເບລາຣຸສ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງປະຊາຊົນ ເບລາຣຸສ ທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດຖະບານຂອງພວກເຮົາ ຈະໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ.

 

 

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------------

 

ພະນະທ່ານ ວຼາດີເມຽ ມາກເກ

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດ

 

ທີ່ມິນສ໌

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເບລາຣຸສ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ພ້ອມດ້ວຍພະນັກງານກະຊວງການຕ່າງປະເທດຂອງທ່ານທຸກຖ້ວນໜ້າ.

 

ຂ້າພະເຈົ້າ ເຊື່ອຫມັ້ນວ່າ ດ້ວຍຄວາມເຂົ້າໃຈອັນດີຊຶ່ງກັນ ແລະ ກັນ ແລະ ຄວາມພະຍາຍາຍາມຮ່ວມກັນເພີ່ມຂຶ້ນ, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

 

ດ້ວຍຄວາມນັບຖືເປັນຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ,

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486523
ມື້ນີ້77
ມື້ວານ142
ອາທິດນີ້185
ເດືອນນີ້5828