ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ວັນຊາດ ແຫ່ງ ການາດາ

 


 

ພະນະທ່ານ ນ. ຈູລີພາເຍັດ

ຜູ້​ສຳ​ເລັດ​ລາດຊະ​ການ ​ແຫ່ງ ກາ​ນາ​ດາ

ທີ່ ​ໂອ​ຕາ​ວາ

ນະຄອນຫຼວງວຽງຈັນ, ວັນທີ 27 ມິຖຸນາ 2018

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ກາ​ນາ​ດາ, ໃນນາມຕາງໜ້າປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງອົບ​ອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນກາ​ນາ​ດາ​ເພື່ອນ​ມິດທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອ ລະຫວ່າງ ສອງປະ ເທດພວກເຮົາ ຈະໄດ້ສືບຕໍ່ຮັບການເສີມຂະຫຍາຍ ​​ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ​ໃນ​ຊຸມ​ປີ​ຕໍ່ໜ້າ.

                                                               

ດ້ວຍຄວາມນັບຖືຢ່າງສູງ,

ບຸນ​ຍັງ ວໍລະ​ຈິດ

ປະທານປະເທດ ແຫ່ງ ສາ​ທາ​ລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນລາວ


 

ພະນະທ່ານ ຈັສຕິນທຣູໂດ,

ນາຍົກລັດຖະມົນຕີ ​ແຫ່ງ ກາ​ນາ​ດາ

ທີ່ ​ໂອ​ຕາ​ວາ

ນະຄອນຫຼວງວຽງຈັນ, ວັນທີ 27 ມິຖຸນາ 2018

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ກາ​ນາ​ດາ, ຂ້າພະເຈົ້າໃນນາມຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວແລະ ການາດາທັງ​​ໃນກອບສອງຝ່າຍ ແລະ ຫຼາຍຝ່າຍ.ຂ້າພະເຈົ້າ​ເຊື່ອ​ໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນ, ສາຍພົວພັນ ແລະ ການຮ່ວມມືອັນຍາວນານລະຫວ່າງສອງປະເທດ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາເພື່ອສັນຕິພາບ​, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະ ນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນລາວ


 

ພະນະທ່ານ ນ. ຄຣິສເທຍຟຣີແລນ,

ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ກາ​ນາ​ດາ

ທີ່ ​ໂອ​ຕາ​ວາ

ນະຄອນຫຼວງວຽງຈັນ, ວັນທີ 27 ມິຖຸນາ 2018

ພະນະທ່ານ,

ເນື່ອງໃນໂອກາດ ວັນຊາດ ກາ​ນາ​ດາ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອັນ​ອົບ​ອຸ່ນ ແລະ ພອນໄຊອັນປະ ເສີດ ມາຍັງພະນະທ່ານ ພ້ອມ​ດ້ວຍ​ພະນັກງານ​ກະຊວງ​ຂອງ​ທ່ານ​ທຸກ​ທົ່ວ​ໜ້າ.

​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ສືບ​ຕໍ່ເຮັດ​ວຽກ​ຮ່ວມກັບ​ພະນະ​ທ່ານ ​ເພື່ອເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະ ພາບ ​ແລະ ການ​ຮ່ວມ​ມື​ອັນ​ດີທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ກາ​ນາ​ດາ ໃຫ້​​ເຂັ້ມ​ແຂງ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນສອງ​ຊາດ​ພວກ​ເຮົາກໍ່​ຄື​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນຂອງ​ພວກ​ເຮົາ ​ແລະ ​ໃນທົ່ວ​ໂລກ.

ດ້ວຍຄວາມນັບຖືຢ່າງສູງ,

ສະ​ເຫຼີ​ມ​ໄຊ ກົມມະ​ສິດ

ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສາ​ທາ​ລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນລາວ


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486531
ມື້ນີ້85
ມື້ວານ142
ອາທິດນີ້193
ເດືອນນີ້5836