ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ໃນທ່າມກາງ ແຫ່ງ ການສະເຫຼີມສະຫຼອງວັນຊາດ ຂອງ ສປປ ລາວ ເພື່ອນມິດ, ໃນນາມສ່ວນຕົວ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ບາເຣນ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດດັ່ງກ່າວນີ້.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ ແລະ ມີຄວາມສຸກ ແລະ ຂໍໃຫ້ປະຊາຊົນລາວ ພາຍໃຕ້ການນຳພາຂອງພະນະທ່ານ ຈົ່ງມີຄວາມກ້າວໜ້າ ແລະ ມີຄວາມຈະເລີນຮຸ່ງເຮືອງ.
ດ້ວຍຄວາມເຄົາລົບ,
ຮາມັດ ບິນ ອິຊາ ອາລ ຄາລີຟາ
ສົມເດັດພະຣາຊາທິບໍດີ ແຫ່ງ ຣາຊະອານາຈັກ ບາເຣນ