ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ແຫ່ງ ສປປ ລາວ ຈາກບັນດາການນຳ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ

ດາກາ, 30 ພະຈິກ 2017

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

ພະນະທ່ານ,

          ໃນນາມປະຊາຊົນ ບັງກະລາເທດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ     ຄຳຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

          ບັງກະລາເທດ ແລະ ສປປ ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນ ແລະ ດີງາມນຳກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຍັງມີຫຼາກຫຼາຍທ່າແຮງ ທີ່ຈະສາມາດສືບຕໍ່ເສີມຂະຫຍາຍ ແລະ ຍົກສູງສາຍພົວພັນຂອງພວກເຮົາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດ     ແໜ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

          ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸໝັ້ນຍືນ ແລະ ມີຄວາມ   ຜາສຸກ, ແລະ ຂໍອວຍພອນໄຊໃຫ້ປະຊາຊົນລາວສືບຕໍ່ມີສັນຕິພາບ, ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

 

                                                                                     ອັບດູລ ຮາມິດ

   ປະທານາທິບໍດີ

                                                                    ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ


ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

ພະນະທ່ານ,

          ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງ ຄຳຊົມເຊີຍຢ່າງໃຈຈິງ ແລະ ອົບອຸ່ນ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ.

          ບັງກະລາເທດ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບກັບ ສປປ ລາວ ຊຶ່ງເປັນເພື່ອນບ້ານໃກ້ຊິດໃນພາກພື້ນ. ມິດຕະພາບ ແລະ ສາຍພົວພັນອັນດີ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ເປັນການຮ່ວມມືທີ່ມີຄວາມໝາຍສຳຄັນທີ່ຕ້ອງສະແດງອອກໃຫ້ເຫັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຍັງມີຫຼາຍໆທ່າແຮງໃນຂົງເຂດຕ່າງໆ ທີ່ຈະເປັນຜົນປະໂຫຍດໃຫ້ແກ່ການຮ່ວມມືສອງຝ່າຍ ຊຶ່ງຈະນຳສູ່ຄວາມຢູ່ດີກິນດີຂອງປະຊາຊົນສອງຊາດພວກເຮົາ.

          ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ມີສຸຂະພາບແຂງແຮງ, ມີອາຍຸໝັ້ນຍືນ ແລະ ມີຄວາມຜາສຸກ, ແລະ ຂໍໃຫ້ປະຊາຊົນລາວ ສືບຕໍ່ມີສັນຕະພາບ, ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

 

                                                                                     ເຊັກຄ໌ ຮາສິນາ

                                                                                   ນາຍົກລັດຖະມົນຕີ

                                                                    ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486032
ມື້ນີ້163
ມື້ວານ168
ອາທິດນີ້1068
ເດືອນນີ້5337