ສະຫາຍ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສະຫາຍ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ບັນດາສະຫາຍທີ່ຮັກແພງ:
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນ ກູບາ, ຂ້າພະເຈົ້າຂໍສະແດງຊົມເຊີຍອັນຈິງໃຈ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ. ຂ້າພະເຈົ້າຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ໃຫ້ເຂັ້ມແຂງຍິ່ງໆຂື້ນ.
ຣາອູນ ກັດສ໌ໂຕ ຣູດຊ໌
ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ
ປະທານສະພາແຫ່ງລັດ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ກູບາ
ລາຮາວານ, ວັນທີ 02 ທັນວາ 2017
-------------------------------------------------------------------------------
ສະຫາຍ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສະຫາຍທີ່ຮັກແພງ:
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຊົມເຊີຍອັນຈິງໃຈ ມາຍັງສະຫາຍ. ຂ້າພະເຈົ້າຂໍຖືເອົາໂອກາດນີ້ເພື່ອຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ໃຫ້ເຂັ້ມແຂງຍິ່ງໆຂື້ນ.
ດ້ວຍຄວາມນັບຖືຢ່າງສູງ,
ບຣູໂນ ໂຣດຣີເກັຊ໌ ປາຣີຢາ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ
ລາຮາວານ, ວັນທີ 02 ທັນວາ 2017