ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ໃນໂອກາດວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນທີ່ສຸດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າຫວັງຢ່າງຈິງໃຈວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ໄດ້ຂະຫຍາຍຕົວ ໃນຊຸມປີຜ່ານມາ ໃນຫລາຍຂະແໜງການ ຈະໄດ້ຮັບການເພີ້ມທະວີຍິ່ງຂຶ້ນ ເພື່ອເສີມຂະຫຍາຍຄວາມເຂົ້າໃຈ ແລະ ມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ.
ຂໍຖືໂອກາດນີ້ ສົ່ງຄຳອວຍພອນອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບຸນ ແລະ ເພື່ອຄວາມຈະເລີນຮຸ່ງເຮືອງທີ່ຍືນຍົງຂອງປະເທດ ຂອງພະນະທ່ານ.
ມູນ ແຈ ອິນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ