ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຈາກ ການນຳຂັ້ນສູງ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

ນະຄອນຫຼວງວຽງຈັນ

 

ສະຫາຍ ບຸນຍັງ ວໍລະຈິດ,

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄຳທັກທາຍຖານສະຫາຍ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນລາວທີ່ເປັນມິດຕະພາບ.

ຕະຫຼອດໄລຍະ 42 ປີ ທີ່ຜ່ານມາ, ໂດຍພາຍໃຕ້ການຊີ້ນຳນຳພາ ອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາອຸດົມການສັງຄົມນິຍົມ ແລະ ສ້າງແລະບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນ ມະດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ ແລະ ສອງປະເທດ ພວກຂ້າພະເຈົ້າ ຊຶ່ງບັນດາອະດີດຜູ້ນຳໄດ້ ປູກສ້າງ ແລະ ເພີ່ມພູນຄູນສ້າງມາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໂດຍຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມການຮ່ວມ ແລະ ຂໍອວຍພອນໄຊຢ່າງສຸດອົກສຸດໃຈ ໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຍິ່ງກວ່າເກົ່າ ໃນພາລະໜ້າທີ່ຮັບຜິດຊອບ ຂອງສະຫາຍ ເພື່ອນຳພາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ.

 

ກິມ ເຈິງ ອຸນ

ປະທານຂອງ ພັກແຮງງານເກົາຫຼີ

ປະທານ ຂອງ ຄະນະກຳມາທິການກິດຈະການແຫ່ງລັດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

ວັນທີ 2 ທັນວາ, ປີ ຈຸດເຊ 106 (2017)

ນະຄອນຫຼວງພຽງຢາງ

--------------------------------------------------------------------------

ນະຄອນຫຼວງວຽງຈັນ

 

          ສະຫາຍ ທອງລຸນ ສີສຸລິດ

          ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ເປັນເພື່ອນມິດ.

ຂ້າພະເຈົ້າ ມີຄວາມດີອົກດີໃຈ ທີ່ເຫັນວ່າໂດຍພາຍໃຕ້ການຊີ້ນຳນຳພາ ຂອງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນ ໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8.

ໃນໂອກາດນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ພວກຂ້າພະເຈົ້າ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃຫ້ສອດຄ່ອງກັບຄວາມປາດຖະໜາຂອງ ປະຊາຊົນສອງຊາດ ແລະ ຂໍອວຍພອນໄຊຢ່າງອສຸດອົກສຸດໃຈ ໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ,​ ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນພາລະໜ້າທີ່ຂອງສະຫາຍ.

 

ປາກ ບົງ ຈູ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

ວັນທີ 2 ທັນວາ, ປີ ຈຸດເຊ 106 (2017)

ນະຄອນຫຼວງພຽງຢາງ

--------------------------------------------------------------------------

 

ນະຄອນຫຼວງວຽງຈັນ

 

ສະຫາຍ ສະເຫຼີມໄຊ ກົມມະສິດ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ສະຫາຍ.

ຂ້າພະເຈົ້າ ມີຄວາມດີອົກດີໃຈທີ່ເຫັນວ່າ ສາຍພົວພັນການຕ່າງປະເທດຂອງພວກສະຫາຍໄດ້ຮັບການເສີມຂະຫຍາຍ.

ໃນໂອກາດນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອ ແລະ ປະຫວັດສາດອັນຍາວນານ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໂດຍຄວາມພະຍາຍາມການຮ່ວມຂອງພວກເຮົາ ແລະ ຂໍອວຍພອນໄຊຢ່າງສຸດອົກສຸດໃຈ ໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຍິ່ງກວ່າເກົ່າ ໃນພາລະໜ້າທີ່ຂອງສະຫາຍ.

 

ຣິ ຢອງ ໂຮ

 ລັດຖະມົນຕີກະຊວງການຕ່າງປະເທດ

 ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

 ວັນທີ 2 ທັນວາ, ປີ ຈຸດເຊ 106 (2017)

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485957
ມື້ນີ້88
ມື້ວານ168
ອາທິດນີ້993
ເດືອນນີ້5262