ນະຄອນຫຼວງວຽງຈັນ, ວັນທີ 19 ກໍລະກົດ 2017
ສົມເດັດພະລາຊາ ຟີລິບ
ແຫ່ງ ລາຊະອານາຈັກ ແບນຊິກ
ນະຄອນຫຼວງບຣຸກແຊນ
ສົມເດັດພະລາຊາ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ແບນຊິກ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດພະລາຊາ ແລະ ຜ່ານສົມເດັດພະລາຊາ ໄປຍັງປະຊາຊົນ ແບນຊິກ ທຸກຖ້ວນໜ້າຈົ່ງມີພະລານາໄມສົມບູນ ແລະ ມີຄວາມຈະເລີນວັດທະນາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກ ແບນຊິກ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບໂລກ ແລະ ການຮ່ວມມືເພື່ອການພັດທະນາ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານຊາກ ມິເຊວ
ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ແບນຊິກ
ບຣຸກແຊນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ແບນຊິກ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານແລະ ປະຊາຊົນແບນຊິກທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສອງປະເທດພວກເຮົາທີ່ມີຢູ່ນັ້ນຈະໄດ້ຮັບການສືບຕໍ່ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືວົງຄະນະຍາດສາກົນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານດີດີເອ ຣຽນເດີ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ລາຊະອານາຈັກ ແບນຊິກ
ບຣຸກແຊນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ແບນຊິກ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີພາລະນາໄມສົມບຸນ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງສອງປະເທດພວກເຮົາທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍຈະໄດ້ຮັບການສືບຕໍ່ເສີມຂະຫຍາຍແລະເກີດດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອການພັດທະນາແບບຍືນຍົງ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ