ນະຄອນຫຼວງວຽງຈັນ, ວັນທີ 04 ເມສາ 2017
ພະນະທ່ານ ຮວງ ມານູເອ ຊັນໂຕສ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂກລົມບີ.
ທີ່ ນະຄອນຫຼວງ ໂບໂກຕາ.
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິງ ຕໍ່ເຫດການດິນເຈື່ອນຢູ່ ເມືອງ ໂມໂກອາ, ພາກໃຕ້ຂອງປະເທດ ໂກລົມບີ ອັນໄດ້ເຮັດໃຫ້ປະຊາຊົນໂກລົມບີເສຍຊີວິດ ແລະ ຊັບສິນຖືກທໍາລາຍຢ່າງຫຼວງຫຼາຍ.
ໃນນາມລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໂກລົມບີ, ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍຈາກໄພທໍາມະຊາດ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພະນະທ່ານ ຄວາມຫຍຸ້ງຍາກນາໆປະການຈະສາມາດຜ່ານຜ່າ ພ້ອມທັງຊີວິດການເປັນຢູ່ຂອງປະຊາຊົນໂກລົມບີ ກັບຄືນສູ່ປົກກະຕິໂດຍໄວ້.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ