ນະຄອນຫຼວງວຽງຈັນ, ວັນທີ 24 ມີນາ 2017
ພະນະທ່ານ ນາງ Theresa May,
ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ
ທີ່ ນະຄອນຫຼວງລອນດອນ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ກ່ຽວກັບ ເຫດການສະຫຍອງຂວັນ ທີ່ເກີດຂຶ້ນໃນຕອນບ່າຍຂອງ ວັນທີ 22 ມີນາ 2017, ທີ່ ນະຄອນຫລວງ ລອນດອນ, ຊື່ງເປັນການກະທຳຂອງກຸ່ມກໍ່ການຮ້າຍ ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາຊົນຜູ້ບໍລິສຸດຈຳນວນໜຶ່ງ ແລະ ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ສະແດງຄວາມເຫັນໃຈຢ່າງສຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນ ອັງກິດ ກໍ່ຄືຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການກະທຳອັນຮຸນແຮງດັ່ງກ່າວໃນຄັ້ງນີ້.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍກ່າວປະນາມຢ່າງແຂງແຮງ ຕໍ່ການກະທຳກໍ່ການຮ້າຍດັ່ງກ່າວ ທີ່ແນໃສ່ປະຊາຊົນເປັນຕົ້ນຕໍ ແລະ ກຽມພ້ອມໃນການທີ່ຈະໃຫ້ການຮ່ວມມືກັບວົງຄະນາຍາດສາກົນ ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍໃນທຸກຮູບແບບ ແລະ ການສະແດງອອກ.
ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ