ພະນະທ່ານ,
ໃນນາມລັດຖະບານ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ກົດດີວົວ, ເນື່ອງໃນໂອກາດຄົບຮອບ 56 ປີ ວັນຊາດ ແຫ່ງ ສາທາລະນະລັດ ກົດດີວົວ.
ຂ້າພະເຈົ້າ ເຊື່ອຫມັ້ນວ່າ ສາຍພົວພັນອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກົດດີວົວ ຈະສືບຕໍ່ໄດ້ຮັບການພັດທະນາ ໃນຊຸມປີຕໍ່ໜ້າ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອານເບີດ ໂຕຍຄູສ ມາບຼີ
ລັດຖະມົນຕີຕ່າງປະເທດ
ແຫ່ງ ສາທາລະນະລັດ ກົດດີວົວ
ທີ່ ອາບິດຈານ