ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກບັນດາການນຳ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ມາເລເຊຍ

ພະນະທ່ານ,

          ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ແລະ ມາເລເຊຍ ຄົບຮອບ 50ປີ,ໃນນາມລັດຖະບານແລະປະຊາຊົນແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ   ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະທ່ານ ແລະ ຜ່ານພະນະທ່ານ​ໄປ​ຍັງ​ລັດຖະບານ ​ແລະ ປະຊາຊົນມາເລເຊຍ ທຸກ​ຖ້ວນ​ໜ້າ.

         ຂ້າພະເຈົ້ ​​ມີ​ຄວາມ​ປິ​ຕິ​ຍິນ​ດີ ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດ​ໄລຍະ 50ປີ, ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດພວກ​ເຮົາ ​ໄດ້​ຮັບ​ການ​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ. ຂ້າພະ​ເຈົ້າເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນວ່າ ດ້ວຍ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​ຂອງ​ສອງ​ຝ່າຍ, ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ທີ່ດີງາມ​ດັ່ງກ່າວ ຈະນັບ​ມື້​ນັບ​ໄດ້​ຮັບ​ການຂະຫຍາຍຕົວຍິ່ງໆ​ຂຶ້ນ ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງສອງປະເທດ ແລະ ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄື​​ ເພື່ອສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການພັດທະນາໃນພາກ​ພື້ນ ​ແລະ ​ໃນ​ໂລກ.

​ໃນໂອກາດອັນສະຫງ່າລາສີ ແລະ ​ມີ​ຄວາມ​ໝາຍສຳຄັນຍິ່ງນີ້, ຂ້າພະ​ເຈົ້າຂໍວຍພອນໃຫ້ສາຍ​ພົວພັນ​ມິດຕະພາບ ອັນເປັນມູນເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນ ລະຫວ່າງ​ສອງ​ປະ​ເທດພວກ​ເຮົາ ຈົ່ງ​ໝັ້ນຄົງ​ຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ​ແລະ ຂໍ​ອວຍພອນ​ໃຫ້ ພະນະທ່ານ ຈົ່ງມີພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກແລະໄດ້ຮັບຜົນສຳເລັດອັນ​​ໃຫຍ່ຫຼວງໃນພາລະກິດ ອັນສູງສົ່ງຂອງພະນະທ່ານ.

                                                                                   ດ້ວຍຄວາມນັບຖືຢ່າງສູງ

                                                                                        ທອງລຸນ ສີສຸລິດ

               

ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ                                

ນາຍົກລັດຖະມົນຕີແຫ່ງມາເລເຊຍ         

ທີ່ນະຄອນຫຼວງກົວລາລຳເປີ

----------------------------------------------------------------------------------------------------------------------------------------------

 

ພະນະທ່ານ,

 

          ​ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະມາເລເຊຍຄົບຮອບ50ປີ, ຂ້າພະເຈົ້າຕາງໜ້າໃຫ້ຄະນະນໍາແລະພະນັກງານກະຊວງການຕ່າງປະເທດແຫ່ງສປປລາວຂໍສົ່ງຄໍາຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະໂດຍຜ່ານພະນະທ່ານໄປຍັງຄະນະນໍາແລະພະນັກງານກະຊວງການຕ່າງປະເທດກໍ່ຄືປະຊາຊົນ ມາເລເຊຍທຸກຖ້ວນໜ້າ.

 

ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງສອງປະເທດ ກໍຄືສອງກະ ຊວງການຕ່າງປະເທດເຮົາ ທີ່ໄດ້ເຕີບໃຫ່ຍຂະຫຍາຍຕົວກວ້າງຂວາງຂຶ້ນຢ່າງບໍ່ຢຸດຢັ້ງ ຕະຫຼອດໄລຍະ 50 ປີທີ່ຜ່ານມາ.ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂອງພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະເຂັ້ມແຂງຍິ່ງໆຂຶ້ນ ເພື່ອ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ມາເລເຊຍ ກໍ່ຄືສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ.

 

          ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນແດ່ພະນະທ່ານ, ຄະນະນຳພ້ອມດ້ວຍພະນັກງານລັດຖະກອນກະຊວງການຕ່າງປະເທດ ແລະ ປະຊາຊົນມາເລເຊຍທຸກຖ້ວນໜ້າຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະສືບຕໍ່ໄດ້ຮັບຜົນສໍາເລັດໃນໜ້າທີ່ວຽກງານ ທີ່ມີກຽດອັນສູງສົ່ງຂອງຕົນ.

 

                                                                                       ດ້ວຍຄວາມນັບຖືຢ່າງສູງ,

 

                                                                                          

 

                                                                                        ສະເຫຼີມໄຊ ກົມມະສິດ

 

 

ພະນະທ່ານດາໂຕະ ສິຣິ ອານິຟາ ອາມານ                                         

 

ລັດຖະມົນຕີກະຊວງການຕ່າງປະເທດແຫ່ງມາເລເຊຍ

ທີ່ນະຄອນຫຼວງກົວລາລຳເປີ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486526
ມື້ນີ້80
ມື້ວານ142
ອາທິດນີ້188
ເດືອນນີ້5831