ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກບັນດາການນຳ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

 

 

ພະບາດສົມເດັດ,

          ​ເນື່ອງ​ໃນ​ໂອກ​າດ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 60 ປີ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະ​​ໄຕ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍ​ສົ່ງ​ຄໍາ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ​ມາ​ຍັງ ພະບາດສົມເດັດ ແລະ ​ໂດຍ​ຜ່ານ​ ພະບາດສົມເດັດ ​ໄປ​ຍັງ​ ປະຊາຊົນກໍາປູ ເຈຍ ທຸກ​ຖ້ວນ​ໜ້າ ຈົ່ງ​ປະສົບ​ຜົນ​ສໍາ​ເລັດ​ໃໝ່​ ໃຫຍ່​ຫຼວງ​ກວ່າ​ເກົ່າ ​ໃນ​ພາລະ​ກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ້າພະເຈົ້ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດ​ໄລຍະ 60 ປີ ຜ່ານ​ມາ ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດພວກ​ເຮົາ ໄດ້​ຮັບ​ການ​​ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນ​ຫຼາຍ​ດ້ານ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດລາວ ແລະ ກໍາປູເຈຍ.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ພະບໍຣົມໂພທິສົມພານຂອງພະບາດສົມເດັດ, ປະຊາຊົນຣາຊະອານາຈັກກໍາປູເຈຍຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນາຖາວອນ ຍິ່ງໆຂຶ້ນໄປ.

ຂໍສົ່ງພະພອນແດ່ ພະບາດສົມເດັດ ຊົງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ມີພະຊົນມາຍຸຍືນຍາວນານ ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນກໍາປູເຈຍຕະຫຼອດໄປ.

                                                                                        ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

                                                                                                                                   ບຸນຍັງ ວໍລະຈິດ

                                                                                                                        ປະທານປະເທດ ແຫ່ງ ສປປ ລາວ

ພະບາດສົມເດັດ ພະບໍຣົມມະນຽດໂນໂຣດົມ ສີຫາໂມນີ                          

ພະມະຫາກະສັດແຫ່ງ ຣາຊະອານາຈັກ ກໍາປູເຈຍ                                 

ທີ່ ນະຄອນຫຼວງພະນົມເປັນ

-------------------------------------------------------------------------------------------------------------------------------------------------------------------------

 

ສົມເດັດ,

 

          ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 60 ປີ,ໃນນາມລັດຖະບານ ແລະປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ສົມເດັດ ແລະ ​ໂດຍ​ຜ່ານ​ສົມເດັດ ​ໄປ​ຍັງ​ລັດຖະບານ ​ແລະ ປະຊາຊົນກໍາປູເຈຍ ທຸກ​ຖ້ວນ​ໜ້າ.

 

          ຂ້າພະເຈົ້ ​​ມີ​ຄວາມ​ປິ​ຕິ​ຍິນ​ດີ ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດ​ໄລຍະ 60 ປີ ຜ່ານ​ມາ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດພວກ​ເຮົາ ​ໄດ້​ຮັບ​ການ​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ. ຂ້າພະ​ເຈົ້າ ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນວ່າ ດ້ວຍ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​ຂອງ​ສອງ​ຝ່າຍ ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ທີ່ດີງາມ​ດັ່ງກ່າວ ຈະນັບ​ມື້​ນັບ​ໄດ້​ຮັບ​ການພັດທະນາຍິ່ງໆ​ຂຶ້ນ ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄື​​ ເພື່ອສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການພັດທະນາໃນພາກ​ພື້ນ ​ແລະ ​ໃນ​ໂລກ.

 

​ໃນໂອກາດອັນສະຫງ່າລາສີ ແລະ ​ມີ​ຄວາມ​ໝາຍ ​ທາງ​ດ້ານ​ປະຫວັດສາດ ຂອງສອງ​ຊາດ​ພວກ​ເຮົາ​ນີ້, ຂ້າພະ​ເຈົ້າຂໍວຍພອນ ​​ໃຫ້ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນ ລະຫວ່າງ​ສອງ​ປະ​ເທດພວກ​ເຮົາ ຈົ່ງ​ໝັ້ນຄົງ​ຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ​ແລະ ຂໍ​ອວຍພອນ​ໃຫ້ ສົມເດັດ ຈົ່ງມີພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ແລະ ໄດ້ຮັບຜົນສຳເລັດອັນ​​ໃຫຍ່ຫຼວງໃນພາລະກິດ ອັນສູງສົ່ງຂອງສົມເດັດ.

 

                                                                                                                      ດ້ວຍຄວາມນັບຖືຢ່າງສູງ,

                                        ທອງລຸນ ສີສຸລິດ

                           ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

 

 

ສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນ​​​ແຊນ                               

ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກ ກໍາປູເຈຍ            

ທີ່ ນະຄອນຫຼວງພະນົມເປັນ

-------------------------------------------------------------------------------------------------------------------------------------------------------------------------

 

ພະນະທ່ານ,

 

          ​ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 60 ປີ, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະນໍາແລະ ພະນັກງານກະຊວງການຕ່າງປະເທດແຫ່ງ ສປປ ລາວ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານແລະໂດຍຜ່ານພະນະທ່ານໄປຍັງຄະນະນໍາແລະ ພະນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ທຸກຖ້ວນໜ້າ.

 

      ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 60 ປີ ຜ່ານມາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ກໍຄືສອງກະຊວງການຕ່າງປະເທດ ​​ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມກັນນີ້, ຂ້າພະເຈົ້າຂໍຢືນຢັນວ່າ ຈະສືບຕໍ່ຮ່ວມກັບພະນະທ່ານເຮັດສຸດຄວາມສາມາດເພື່ອປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ເພື່ອຜົນປະ​​ໂຫຍຂອງປະຊາຊົນສອງປະເທດພວກເຮົາ ກໍຄືການເສີມສ້າງສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືເພື່ອການພັດທະນາ ໃນເວທີພາກພື້ນ ແລະ ໃນໂລກ.

 

          ຂ້າພະເຈົ້າຂໍຖືໂອກາດອັນມີຄວາມໝາຍສໍາຄັນນີ້ ອວຍພອນແດ່ພະນະທ່ານ ພ້ອມດ້ວຍພະນັກງານລັດຖະກອນ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ທີ່ມີກຽດອັນສູງສົ່ງຂອງພະນະທ່ານ.

 

                                                                                                                              

                                                                                                                              ດ້ວຍຄວາມນັບຖືຢ່າງສູງ,

 

                                                                                                                               ສະເຫຼີມໄຊ ກົມມະສິດ

                                                                                                            ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 

ພະນະທ່ານ ປຣາກ ໂຊຄົນ                                     

ລັດຖະມົນຕີກະຊວງການຕ່າງປະເທດແລະ ຮ່ວມມືສາກົນ

ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ທີ່ ນະຄອນຫຼວງພະນົມເປັນ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489351
ມື້ນີ້194
ມື້ວານ231
ອາທິດນີ້550
ເດືອນນີ້2744