ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກ ນາຍົກ ແລະ ລັດຖະມົນຕີຕ່າງປະເທດ ອັງກິດ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ສປປ ລາວ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່

ວັນທີ 18 ພຶດສະພາ 2016

ພະນະທານນາຍົກລັດຖະມົນຕີ,

    ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງພະນະທ່ານທີ່ໄດ້ຖືກ​​ເລືອກຕັ້ງໃຫ້ດຳລົງຕຳແໜ່ເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

​   ຫວ່າງບໍ່ດົນມານີ້, ພວກເຮົາໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສປປລາວແລະສະຫະຣາຊະອານາຈັກອັງກິດແລະອຽກລັງເໜືອຄົບຮອບ 60 ປີແລະຂ້າພະເຈົ້າກໍມີຄວາມພາກພູມໃຈທີ່ເຫັນ​ວ່າ​ໃນ​ປັດ​ຈຸ​ບັນຢູ່ນະຄອນຫຼວງຂອງທັງສອງປະເທດເຮົາ ມີສຳນັກງານການທູດຂອງຕົນ. ການສົ່ງເສີມສາຍພົວພັນດ້ານເສດຖະກິດແລະການເມືອງກັບບັນດາປະເທດສະມາຊິກອາຊຽນ,​ໃນນັ້ນລວມທັງສປປລາວ, ​ແມ່ນ​ບູລິມະສິດຫລັກສຳລັບປະເທດອັງກິດ.

​    ໃນຖານະທີ່ສປປລາວເປັນປະທານໝູນວຽນອາຊຽນຊຶ່ງເປັນບົດບາດທີ່ສຳຄັນຍິ່ງ, ພ້ອມທັງເປັນການສົ່ງເສີມ​​ການ​​ເຊື່ອມໂຍງເສດຖະກິດໃນພາກພື້ນແລະການ​ຮັບ​ມື​ກັບສິ່ງທ້າທາຍທາງດ້ານຄວາມໝັ້ນຄົງໃນພາກພື້ນ. ພວກເຮົາຂໍມີສ່ວນຮ່ວມໃນ​ການ​ປະ​ຕິ​ບັດພັນທະກັບ ສປປ ລາວ ໃນບັນຫາເຫຼົ່ານີ້​ ​ແລະພວກເຮົາຫວັງວ່າຈະໄດ້ຮ່ວມເຮັດວຽກກັບພະນະທ່ານໃນອະນາຄົດ.

ດ້ວຍຄວາມເຄົາລົບແລະນັບຖື,

ເດວິດ ຄາເມຣອນ

ພະນະທ່ານ ທອງລຸນ ສີສຸລິດ


 

ພະນະທ່ານສະເຫຼີໄຊກົມມະສິດ,

 

ລັດຖະມົນຕີກະຊວງການຕ່າງປະເທດ

 

ນະຄອນຫຼວງວຽງຈັນ,

 

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

 

ພະນະທ່ານ,

 

    ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍທີ່ພະນະທ່ານຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຂໍອວຍພອນໃຫ້ພະນະທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

   ສາຍພົວພັນສອງຝ່າຍຂອງພວກເຮົາພວມມີທ່າຂະຫຍາຍຕົວດີໂດຍ​​ເຫັນໄດ້ຈາກການເປີດສະຖານເອກອັກຄະລັດຖະທູດຂອງທັງສອງປະເທດຄືນໃໝ່. ພວກເຮົາມີຄວາມສົນໃຈເປັນຢ່າງຍິ່ງທີ່ຈະສົ່ງເສີມການເປັນຄູ່ຮ່ວມມືທີ່ສ້າງສັນກັບສປປລາວ ໃນຂົງເຂດວຽກງານດ້ານການເມືອງ, ການຄ້າແລະການລົງທຶນແລະທັງເປັນການເສີມຂະຫຍາຍສາຍພົວພັນລະຫວ່າງປະຊາຊົນສອງຊາດ ລວມທັງໃນ​ດ້ານການສຶກສາ.

 

   ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າທີ່ສປປລາວເຮັດໄດ້ໃນໄລຍະການເປັນປະທານ ໝູນວຽນອາຊຽນຂອງຕົນ, ​ໂດຍສະເພາະແມ່ນການສົ່ງເສີມການ​​ເຊື່ອມໂຍງເສດຖະກິດ​​ໃນພາກພື້ນ​ ​ແລະການຮັບ​ມື​ກັບສິ່ງທ້າທາຍທາງດ້ານຄວາມໝັ້ນຄົງໃນພາກພື້ນ.

 

ດ້ວຍຄວາມເຄົາລົບແລະນັບຖື,

 

ຟີລິບແຮັມມ້ອນ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489347
ມື້ນີ້190
ມື້ວານ231
ອາທິດນີ້546
ເດືອນນີ້2740