ເຮັກ, ພຶດສະພາ 2016
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ,
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ສປປ ລາວ ແລະ ໂຮນລັງ ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ມີລັກສະນະເປັນໜຶ່ງດຽວມາແຕ່ປີ 1641.
ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ສາຍພົວພັນດັ່ງກ່າວ ຈະສືບຕໍ່ເສີມຂະຫຍາຍຂຶ້ນໄປເລື້ອຍໆ ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ ໃນຕໍ່ໜ້າ, ແລະ ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມມືທີ່ໃກ້ຊິດຂອງພວກເຮົາ.
ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜຸນຂອງປະເທດຂອງທ່ານ ແລະ ຂອງພະນະທ່ານເອງ ທີ່ມີຕໍ່ໂຮນລັງ ໃນການລົງສະໝັກເຂົ້າເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງຂອງ ສປຊ. ພວກເຮົາຮູ້ສຶກເປັນກຽດທີ່ຈະເຮັດໜ້າທີ່ຮັບໃຊ້ສະພາຄວາມໝັ້ນຄົງດັ່ງກ່າວ ໃນຖານະຄູ່ຮ່ວມມືຂອງທ່ານ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ການພັດທະນາ.
ຂ້າພະເຈົ້າໝັ້ນໃຈວ່າ ສາຍພົວພັນມິດຕະພາບລະຫວ່າງສອງປະເທດເຮົາ ຈະສືບຕໍ່ພັດທະນາ ເພື່ອຜົນປະໂຫຍດ ແລະ ຄວາມວັດທະນາຖາວອນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າຂໍອວຍພອນໄຊໃຫ້ທ່ານ ປະສົບຜົນສຳເລັດໃນໜ້າທີ່ອັນສຳຄັນໃນອະນາຄົດຂ້າງໜ້າ.
ດ້ວຍຄວາມນັບຖືຢ່າງສູງ,
ເບີດ ໂຄເອັນເດີສ໌
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ໂຮນລັງ