ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ໃຫ້ບັນດາແຂວງພາກເໜືອ

alk speech9

ໃນວັນທີ 28 ຕຸລາ 2016, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ ​ແລະ ຜັນ​ຂະຫຍາຍຜົນສໍາເລັດຂອງການເປັນປະທານອາຊຽນຂອງສປປລາວ ໃນປີ 2016, ​ໂດຍ​ສະ​ເພາະ ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊຽນ ຄັ້ງ​ທີ 28 ​ແລະ 29 ​ແລະ ກອງ​ປະຊຸມ​ສຸດ​ຍອກ​ອື່ນໆທີ່​ກ່ຽວຂ້ອງ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 6-8 ກັນຍາ 2016 ໃຫ້ບັນດາແຂວງພາກເໜືອທີ່ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ມີນັກວິທະຍາກອນ 2 ທ່ານ ຊຶ່ງແມ່ນຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ສໍາລັບຜູ້ເຂົ້າຮ່ວມແມ່ນບັນດາຜູ້ຕາງໜ້າຈາກ 9 ແຂວງພາກເໜືອ ລວມທັງໝົດຈໍານວນ 150 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄໍາຂວັນ“ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັມແຂງຂອງປະຊາຄົມອາຊຽນ” ໂດຍສະເພາະແມ່ນເນື້ອໃນຂອງບັນດາເອກະສານທີ່ຜູ້ນໍາອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ ໄດ້ລົງນາມ, ຮັບຮອງເອົາ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ລວມມີ 57 ສະບັບ ໃນນັ້ນອັນສຳຄັນແມ່ນບັນດາເອກະສານເພື່ອຈັດຕັ້ງຜັນຂະຫຍາຍ 8 ບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ເຊັ່ນ: ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານ ສໍາລັບ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ບັນດາຂອບວຽກທີ່ກ່ຽວຂ້ອງກັບການສົ່ງເສີມວິສະຫະກິດຈຸນລະ, ຂະໜາດນ້ອຍ ແລະ ກາງ, ການອໍານວຍຄວາມສະດວກດ້ານການຄ້າ; ການທ່ອງທ່ຽວ; ການສົ່ງເສີມວຽກເຮັດງານທໍາ; ການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາ ແລະ ເອກະສານອື່ນໆ.

ໃນໂອກາດດັ່ງກ່າວນີ້, ຜູ້ຕາງໜ້າຈາກບັນດາແຂວງພາກເໜືອ ກໍໄດ້ຂື້ນແຈ້ງສະພາບດ້ານການຄ້າ ແລະ ການລົງທຶນ, ລວມທັງການຕີລາຄາຂໍ້ສະດວກ ແລະ ສິ່ງທ້າທາຍຕ່າງໆ ຢູ່ພາຍໃນແຂວງຂອງຕົນ, ຊຶ່ງກອງປະຊຸມ ກໍໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຕໍ່ກັບແຕ່ລະບັນຫາ ຢ່າງກົງໄປກົງມາ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ບັນດາແຂວງພາກເໜືອນຳເອົາເນື້ອໃນຈິດໃຈຂອງບັນດາເອກະສານທີ່ກ່າວມາຂ້າງເທິງ ໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ ແລະ ໜ້າວຽກທີ່ຕົນຮັບຜິດຊອບ ແນໃສ່ເພື່ອເສີມຂະຫຍາຍຜົນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມນັ້ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດອັນສູງສຸດມາໃຫ້ແກ່ ສປປ ລາວ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485929
ມື້ນີ້60
ມື້ວານ168
ອາທິດນີ້965
ເດືອນນີ້5234