ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບ ທ່ານທູດກາຊັກສະຖານ ເຂົ້າຍື່ນສານຕາຕັ້ງ

 

LDSeangphet 1

LDSeangphet2

ຕອນ​ບ່າຍວັນທີ 08 ຕຸລາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ​ເຍີ​ລານ ບາຍ​ຊານ​ອບ (Mr. Yerlan BAIZHANOVເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ກາ​ຊັກ​ສະຖານ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ອ່ານເພີ່ມເຕີມ... 

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດຕ້ານໂຄວິດ-19 ຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

 

saengphet1

saengphet2

ວັນທີ 08 ​ຕຸ​ລາ 2021 ທີ່​ຫ້ອງ​ຮັບ​ແຂກ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ  ​ໄດ້​ມີ​ພິທີ​ມອບ-​ຮັບເຄື່ອງ​ຊ່ວຍເຫຼືອອຸ​ປະ​ກອນ​ການ​ແພດຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ​ ​ໃຫ້​ກຽດ​ມອບ​ໂດຍ ສະ​ຫາຍ ພົນ​ໂທ ຮ່​ວງ ຊວນ ຈຽນ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ແລະ ຕາງ​ໜ້າ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ ແຫ່ງ ສ​ປ​ປ ລາວ ຮັບ​ເອົາ​ໂດຍ​ສະ​ຫາຍ ແສງເພັດ ຮ່ວງ​ບຸນຍວງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັ​ນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາ​ມ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ພະ​ນັກ​ງານ​ທັງ​ສອງ​ຝ່າຍ​ ລາວ - ຫວຽດ​ນາມ.

ອ່ານເພີ່ມເຕີມ... 

ພິທີມອບຮັບເຄື່ອງຊ່ວຍເຫຼືອ ໃຫ້ແກ່ໜ່ວຍງານແຖວຫນ້າການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ ສປປ ລາວ

 

MofaDonateAid1

 

MofaDonateAid2

 

ໃນຕອນເຊົ້າຂອງວັນທີ 11 ຕຸລາ 2021, ໄດ້ມີພິທີມອບຮັບເຄື່ອງຊ່ວຍເຫຼືອປ້ອງກັນໂຄວິດ-19 ຢູ່ທີ່ກະຊວງການຕ່າງປະເທດ, ຊຶ່ງຕາງໜ້າໃຫ້ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ໂຮງຫມໍເດັກ ໃນຄັ້ງນີ້, ໂດຍແມ່ນ ທ່ານ ສຸຂັນໄຊ ອັກຄະວົງ, ຮອງຫົວຫນ້າຫ້ອງການກະຊວງການຕ່າງປະເທດ, ຊຶ່ງປະກອບມີຄື: ຊຸດປ້ອງກັນພະຍາດໂຄວິດ-19 (ຊຸດ PPE) ຈຳນວນ 400 ຜືນ ແລະ ຜ້າອັດປາກ ຈຳນວນ 25.000 ອັນ. ພ້ອມດຽວກັນນີ້, ທ່ານ ອຸດຕະມະ ສິດທິພົງ, ຮອງຫົວຫນ້າຫ້ອງການກະຊວງ ກໍ່ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ພາກສ່ວນໜ່ວຍກູ້ໄພສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງ, ປະກອບມີຄື: ຊຸດປ້ອງກັນພະຍາດໂຄວິດ-19 (ຊຸດ PPE) ຈຳນວນ 400 ຜືນ ແລະ ຜ້າອັດປາກ ຈຳນວນ 25.000 ອັນ, ທັງນີ້ກໍ່ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488228
ມື້ນີ້25
ມື້ວານ150
ອາທິດນີ້590
ເດືອນນີ້1621