ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ອຽກລັງ

 

 

AMBLAO T1 14

AMBLAO T1 19

 

ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືກັບບັນດາປະເທດເພື່ອນມິດພາຍໃຕ້ການຍຶດໝັ້ນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື,  ໃນຕອນບ່າຍຂອງວັນທີ 28 ຕຸລາ 2023 ທີ່ຜ່ານມາ, ທ່ານ ດວງມະນີ ຍອດສີອຸດົມ, ເອກອັກຄະລັດຖະທູດແຕ່ງຕັ້ງ, ໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານໄມເຄິລ ຮິກກິນສ໌ (Michael D. Higgins), ປະທານາທິບໍດີ ແຫ່ງອຽກລັງ, ທີ່ສໍານັກງານປະທານາທິບໍດີ, ນະຄອນຫລວງດັບບິຼນ, ເພື່ອຍື່ນສານຕາຕັ້ງຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນຊົນລາວ, ທີ່ແຕ່ງຕັ້ງທ່ານ ດວງມະນີ ຍອດສີອຸດົມ, ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ອຽກລັງ, ເຊິ່ງມີສໍານັກງານຕັ້ງຢູ່ນະຄອນຫຼວງ ລອນດອນ.

ໃນໂອກາດດັ່ງກ່າວ ທ່ານ ດວງມະນີ ຍອດສີອຸດົມໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ ພະນະທ່ານ ປະທານາທິບໍດີຍິນດີຮັບເອົາຜູ້ກ່ຽວ ແລະ ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ, ຊຶ່ງໃນໂອກາດດຽວກັນນີ້ ທ່ານ ເອກອັກຄະລັດຖະທູດຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍຄໍາອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເຖິງ ພະນະທ່ານ ໄມເຄິລ ຮິກກິນສ໌, ປະທານາທິບໍດີ ແຫ່ງ ອຽກລັງ ແລະ ຜ່ານພະນະທ່ານປະທານາທິບໍດີໄປຍັງປະຊາຊົນ ແລະ ລັດຖະບານແຫ່ງອຽກລັງ, ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ ສປປ ລາວໃນໄລຍະຜ່ານມາ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ທາງການທູດຂອງຕົນ, ຈະພະຍາຍາມຕັ້ງໜ້າເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆໃຫ້ດີຍິ່ງຂຶ້ນເລື້ອຍໆ. ທ່ານ ປະທານາທິບໍດີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ເພື່ອມາດຳລົງຕໍາແໜ່ງ ແລະ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ອຽກລັງ, ພ້ອມທັງໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ, ພ້ອມທັງອວຍພອນໄຊໃຫ້ ທ່ານ ເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດຢ່າງສູງ ແລະ ຈົບງາມ.

 

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານດື່ມຊາແບບວົງແຄບ ຮ່ວມກັບ ບັນດາເອກອັກຄະລັດຖະທູດປະເທດອື່ນໆທີ່ໄດ້ເດີນທາງໄປຍື່ນສານຕາຕັ້ງເຊັ່ນດຽວກັນ, ໂດຍເປັນການເຈົ້າພາບ ຂອງທ່ານປະທານາທິບໍດີ ອຽກລັງ, ເຊິ່ງການຍື່ນສານຕາຕັ້ງ ຂອງ ທ່ານເອກອັກຄະລັດຖະທູດລາວ ຕໍ່ທ່ານປະທານາທິບໍດີ ອຽກລັງ ໃນຄັ້ງນີ້ ມີທັງລັກສະນະທາງການທີ່ເຂັ່ງຂຶມທາງດ້ານພິທີການ ແລະ ລັກສະນະຄອບຄົວທີ່ເຕັມໄປດ້ວຍບັນຍາກາດ   ອົບອຸ່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ. ໃນການເດີນທາງໄປຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງຖືໂອກາດເຂົ້າຢ້ຽມຢາມ ແລະ ພົບປະກັບທ່ານຫົວໜ້າກົມພິທິການທູດ ແລະ ທ່ານຫົວໜ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ອຽກລັງ ເພື່ອເປັນການສະເໜີຕົວ, ແລກປ່ຽນຄຳຄິດເຫັນ ແລະ ປຶກສາຊ່ອງທາງໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນຂົງເຂດທີ່ມີຄວາມເປັນໄປໄດ້ຮ່ວມກັນ.

 

ອຽກລັງ ແມ່ນເປັນປະເທດໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານອຸດສະຫະກໍາ ແລະ ກະສິກໍາເພື່ອສົ່ງອອກ, ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງທະວີບເອີຣົບ, ມີຊາຍແດນຕິດກັບສະຫະລາຊະອານາຈັກອັງກິດ ແລະ ເປັນສະມາຊິກຂອງສະຫະພາບເອີຣົບ. ສ​ປ​ປລາວ ແລະ​ ອຽກ​ລັງ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດໃນ​ວັນ​ທີ 07 ສິງ​ຫາ 1998 ໂດຍມີສະຖານທູດລາວ ຕັ້ງຢູ່ນະຄອນຫລວງ ລອນດອນ, ສ. ອັງກິດ ທີ່ຮັບຜິດຊອບປະເທດອຽກລັງ ແລະ ສະຖານທູດ     ອຽກລັງ ທີ່ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ, ສສ. ຫວຽດນາມ ຮັບຜິດຊອບ ປະເທດລາວເຮົາ. ນັບຕັ້ງແຕ່ສ້າງສ້າຍພົວພັນການທູດນໍາກັນ ສອງປະເທດ ໄດ້ຮ່ວມມືກັນຢ່າງຕັ້ງໜ້າທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນ ການຮ່ວມມືກັບສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມ ແຫ່ງຊາດຂອງລາວເຮົາ, ການຊ່ວຍເຫຼືອຜ່ານໂຄງການ   ເກັບກູ້ລະເບີດບໍ່ທັນແຕກຢູ່  ສປປ ລາວ ແລະ ໂຄງການພັດທະນາຊັບພະຍາກອນມະນຸດ ກໍຄື ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານພາກລັດ, ເປັນຕົ້ນແມ່ນການໃຫ້ທຶນການສຶກສາລະດັບປະລິນຍາໂທ ເພື່ອໄປສຶກສາຮໍ່າຮຽນຢູ່ ອຽກລັງ ແລະ ສະໜັບສະໜູນໃຫ້ທຶນຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງທາງດ້ານພາສາອັງກິດຢູ່ກັບທີ່. 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487884
ມື້ນີ້130
ມື້ວານ194
ອາທິດນີ້246
ເດືອນນີ້1277