ໃນວັນທີ 6 ພະຈິກ 2023, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເວທີແລກປ່ຽນໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສ້າງໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (The forum on Post-Covid-19 Economic Recoveries through Bio-Circular-Green Economic Model of Mekong-Lancang Cooperation and Build Green Belt and Road Initiative) ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ກອງປະຊຸມແລກປ່ຽນຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການພາຍໃນ ແລະ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ) ຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ແມ່ນເພືື່ອພົບປະ, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງການຮ່ວມມືພາກພື້ນ ແລະ ສາກົນ ໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍຮູບແບບເສດຖະກິດໝູນວຽນສີຂຽວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດທາງຍືນຍົງ ແລະ ສີຂຽວ ໂດຍສະເພາະການປະເມີນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດສີຂຽວ ແຫ່ງຊາດ, ການອະນຸລັກ ແລະ ການນຳໃຊ້ປະໂຫຍດຈາກພືດແບບຍືນຍົງ. ພ້ອມດຽວກັນ, ຍັງເປັນການເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ພັບປະ ແລະ ລະດົມແນວຄວາມຄິດໃນການຍົກລະດັບການຈັດຕັ້ງຜັນຂະຫຍາຍນະໂຍບາຍຮູບແບບເສດຖະກິດໝູນວຽນສີຂຽວໃຫ້ມີປະສິດຕິພາບ ໂດຍແນໃສ່ການປັບປຸງນິຕິກຳ ແລະ ການປະຕິບັດຕົວຈິງ ໃຫ້ສອດຄ່ອງກັນ ແລະ ທຸກຂະແໜງການກ່ຽວຂ້ອງຕ້ອງສາມາດເຊື່ອມສານເຂົ້າກັນໄດ້ເປັນຢ່າງດີ ເພື່ອຟື້ນຟູສະພາບເສດຖະກິດທີ່ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກໃນປັດຈຸບັນ; ພ້ອມດຽວກັນ, ກໍສະເໜີໃຫ້ຍົກລະດັບຖານຂ້ໍມູນກ່ຽວກັບໃຫ້ຖືກຕ້ອງ ແລະ ທັນການ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍສະເພາະ ສິ່ງທ້າທາຍ ແລະ ກາລະໂອກາດ ໃນໄລຍະທີ່ພາກພື້ນ ແລະ ສາກົນ ປະເຊີນໜ້າກັບສິ່ງທ້າທາຍດ້ານເສດຖະກິດ, ແຕ່ຄ່ຽງຄູ່ກັບບັນຫາສິ່ງທ້າທາຍຕ່າງໆນັ້ນ ການຮ່ວມມືພາກພື້ນ ແລະ ສາກົນ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດ ເປັນຕົ້ນແມ່ນ ການຊຸກຍູ້ຜະລິດຕະພັນກະສິກຳລາວເຂົ້າໃນຂະແໜງການທ່ອງທ່ຽວ ຫຼື ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ການສ້າງມາດຕະຖານໃຫ້ແກ່ຜະລິດຕະພັນ, ການຫັນເປັນກະສິກຳທັນສະໄຫມເຂົ້າທຸລະກິດທ່ອງທ່ຽວສີຂຽວ, ການນຳໃຊ້ພະລັງງານສະອາດເຂົ້າໃນການຜະລິດ, ການຊຸກຍູ້ໃຫ້ປະຊາຊົນໃນທ້ອງຖິ່ນໃຫ້ມີສ່ວນຮ່ວມໃນບັນດາແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດຂອງ ສປປ ລາວ ເພື່ອສ້າງລາຍຮັບ ແລະ ຊຸກຍູ້ໃຫ້ປະຊາຊົນໃນພື້ນທີ່ດັ່ງກ່າວມີວຽກເຮັດງານທຳ. ນອກຈາກນີ້, ກອງປະຊຸມສຳມະນາ ຍັງໄດ້ແລກປ່ຽນກ່ຽວກັບທິດທາງຈຸດສຸມໃນການຮ່ວມມືພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢ່າງມີປະສິດທິຜົນໃນອານາຄົດ.