ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມອໍາລາ ເລຂາພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

  

  

  

20230920 Lao Am to VN 2

20230920 Lao Am to VN 1

20230920 Lao Am to VN 3

  

  

ວັນທີ 20 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ,  ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ.

  

​​ໂອກາດ​ນີ້, ສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ  ຮຸ່ງບຸນຍວງ, ເຊີ່ງສະຫາຍເອກອັກຄະລັດຖະທູດໄດ້ປະກອບສ່ວນອັນສຳຄັນຫຼາຍເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງນະຄອນຫຼວງ ຮ່າໂນ້ຍ-ວຽງຈັນ, ຊຶ່ງມັນໄດ້ສະແດງອອກ ສະຫາຍເອກອັກຄະລັດຖະທູດໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ 1 ຂອງພັກ, ລັດຫວຽດນາມ.

  

ສະຫາຍເລຂາພັກນະຄອນຫຼວງຮ່າໂນ້ຍ ໄດ້ຕີລາຄາວ່າ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຖິງວ່າຈະພົບກັບຄວາມຫຍຸ້ງຍາກຈາການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ສອງປະເທດ ຍັງຮັກສາໄດ້ການພົວພັນຮ່ວມມືອັນເປັນປົກກະຕິ, ມີການແລກປ່ຽນການຢ້ຽມຢາມໃນທຸກລະດັບ, ການຄ້າສອງຝ່າຍ ເພີ່ມຂຶ້ນສະເລ່ຍ 10% ຕໍ່ປີ, ການລົງທຶນຂອງນັກລົງທຶນຫວຽດນາມໄປລົງທຶນຢູ່ລາວເປັນອັນດັບໜຶ່ງຂອງການລົງທຶນຂອງຫວຽດນາມຢູ່ຕ່າງປະເທດ. ພິເສດ ປີ 2022 ເປັນປີທີ່ສອງປະເທດຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ ມີຫຼາຍກິດຈະກຳໄດ້ຖືກຈັດຂຶ້ນໃນຫຼາຍແຂວງທ້ອງຖິນ ກໍ່ຄື ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ. ປັດຈຸບັນ ນະຄອນຫຼວງຮ່າໂນ້ຍ ບໍ່ພຽງແຕ່ມີການຮ່ວມມືກັບ ນະຄອນຫຼວງວຽງຈັນເທົ່ານັ້ນ ແຕ່ຍັງມີການຮ່ວມມືຢ່າງກວ້າງຂວາງ ກັບບັນດາແຂວງພາກເໜືອຂອງລາວ ແລະ ຕໍ່ໄປກໍ່ມີແຜນຈະຂະຫຍາຍໄປຫຼາຍແຂວງຕື່ມອີກ.

  

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ  ໂດຍສະເພາະ ແມ່ນຄະນະພັກ ແລະ ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ  ທີ່ໄດ້ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສສ ຫວຽດນາມ. ພ້ອມທັງຢືນຢັນວ່າ ເຖິງວ່າຈະສຳເລັດ ໜ້າທີ່ການທູດຢູ່ ສສ ຫວຽດນາມ ແລ້ວກໍຕາມ, ແຕ່ຍັງຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ສປປ ລາວ-ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486242
ມື້ນີ້158
ມື້ວານ215
ອາທິດນີ້1278
ເດືອນນີ້5547