ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍແມ່ຍິງສະຖານທູດລາວ ທີ່ ແບກແລງ ຈັດກິດຈະກໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

 

 

 

2023 08 24 at Emb

 

ໃນວັນທີ 28 ກໍລະກົດ 2023, ໜ່ວຍແມ່ຍິງສະຖານທູດລາວ ທີ່ ແບກແລງ ໄດ້ຈັດພິທີປາຖະກະຖາ ເພື່ອເຜີຍ ແຜ່ເອກະສານປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວອັນພົ້ນເດັ່ນ ຂອງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ, (20 ກໍລະກົດ 1955 - 20 ກໍລະກົດ 2023) ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ວານິດາ ວໍລະສານ, ພັນລະຍາເອກອັກຄະລັດຖະທູດລາວ ປະຈໍາ ເຢຍລະມັນ ໂດຍຕາງໜ້າໜ່ວຍ ແມ່ຍິງສະຖານທູດ ໃຫ້ກຽດບັນລະຍາຍ ເອກະສານປະຫວັດມູນເຊື້ອຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວດັ່ງກ່າວ ໂດຍມີການເຂົ້າຮ່ວມຂອງທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດລາວ ປະຈໍາ ເຢຍລະມັນ, ເອື້ອຍນ້ອງແມ່ຍິງ ສະຖານທູດ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານສະຖານທູດລາວ ປະຈໍາ ແບກແລງ. ໃນໂອກາດດັ່ງກ່າວ, ປະທານ ໄດ້ຍົກໃຫ້ເຫັນເຖິງປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວອັນພົ້ນເດັ່ນ ຂອງອົງການຈັດຕັ້ງຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະຜ່ານມາ, ບໍ່ວ່າຈະເປັນໃນໄລຍະຕໍ່ສູ້ກູ້ຊາດໃນເມືອກ່ອນ ກໍຄື ໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ, ຊຶ່ງເອື້ອຍນ້ອງແມ່ຍິງລາວ ຍາມໃດ ກໍ່ເຮັດວຽກຄ່ຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ປະກອບສ່ວນສ້າງຜົນງານຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອຍົກສູງບົດບາດ ຂອງແມ່ຍິງລາວ ຂຶ້ນສູ່ເວທີພາກພື້ນ ແລະ ສາກົນ.

ກ່ອນໜ້ານັ້ນ, ໜ່ວຍແມ່ຍິງສະຖານທູດລາວ ທີ່ ແບກແລງ ຍັງໄດ້ຈັດກິດຈະກໍາ ເພື່ອເປັນການຂໍ່ານັບຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ເຊັ່ນ: ຮ່ວມກັບສາມອົງການຈັດຕັ້ງມະຫາຊົນອອກແຮງງານລວມ ອະນາໄມໃນວໍລິເວນສໍານັກງານສະຖານທູດ ແລະ ໄດ້ໄປທັດສະນະສຶກສາ ຢູ່ ສະຖານທີທ່ອງທ່ຽວທີ່ສໍາຄັນ ທາງປະຫວັດສາດ ໃນຕົວເມືອງແບກແລງ ໂດຍການນຸ່ງຖືຊຸດແມ່ຍິງລາວບັນດາເຜົ່າ ເພື່ອເປັນການເຜີຍເເຜ່ຄວາມ ຫຼາກຫຼາຍທາງດ້ານວັດທະນະທໍາ ແລະ ການອະນຸລັກຮີດຄອງປະເພນີການນຸ່ງຖືຂອງແມ່ຍິງລາວ ໃຫ້ຕ່າງຊາດໄດ້ຮັບຮູ້. ນອກຈາກນັ້ນ, ຍັງໄປທັດສະນະສຶກສາ ຢູ່ ສວນປູກພືດກະສິກໍາ ແລະ ໝາກໄມ້ນາໆຊະນິດ ທີ່ ສວນ ອາມູຊີເມັນ (Amusement park) ເຊິ່ງເປັນລະດູການເກັບໝາກໄມ້ຂອງຊາວກະສິກອນທ້ອງຖິ່ນເຢຍລະມັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486421
ມື້ນີ້117
ມື້ວານ220
ອາທິດນີ້83
ເດືອນນີ້5726