ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງຮາກຖານ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນດານັງ ສສ ຫວຽດນາມ ຈັດພິທີປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ ແລະ ສະຫລຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານ ຂອງ ສະຫະພັນແມ່ຍິງຮາກຖານສະຖານກົງສຸນໃຫຍ່

 

Danang VN

 

ໃນວັນທີ 05 ມີນາ 2022 ສະຫະພັນແມ່ຍິງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ສສ. ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ (8 ມີນາ 1910- 8 ມີນາ 2023) ແລະ ສະຫລຸບການເຄື່ອນໄຫວຽກງານປະຈໍາ ປີ 2022 ແລະ ວາງແຜນການທິດທາງ ປີ 2023,

ເປັນໜຶ່ງໃນກິດຈະກໍາ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນທີ 8 ມີນາ 2023 ທີ່ຈະມາເຖີງນີ້, ໂດຍໄດ້ຈັດປາຖະກະຖາ ເຊິ່ງເນັ້ນບາງເນື້ອໃນໃນໜ້າທີ່ຂອງສະຫະພັນແມ່ຍິງໃນຫົວຂໍ້: 1/ ການເລົ່າຫວນຄືນມູນເຊື້ອວັນແມ່ຍິງສາກົນ 8 ມີນາ ໄດ້ກໍາເນີດເກີດຂື້ນ ເຖີງ 113 ປີ. 2/ ເຜີຍແຜ່ກົດບະບຽບ ຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII (ໂດຍຫຍໍ້) ກ່ຽວກັບເງື່ອນໄຂ, ພາລະບົດບາດ, ສິດ ແລະ ໜ້າທີ່ ແລະ ການພັດທະນາຂອງແມ່ຍິງ 3/ ສະຫລຸບການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງຮາກຖານສະຖານກົງສຸນໃຫຍ່ ແຫ່ງ ສປປລາວ ປະຈໍານະຄອນດານັງ ສສ ຫວຽດນາມ ໃນປີ 2022 ແລະ ທິດທາງແຜນການປີ 2023,  ໃຫ້ກຽດເຂົ້າຮ່ວມໃນພິທີປາຖະກະຖາຄັ້ງນີ້ ມີ ສະຫາຍ ສຸພັນ ຫາດາວເຮືອງ,ກຳມະການຄະນະພັກຮາກຖານສະຖານທູດລາວ ປະຈຳ ສສ ຫວຽດນາມ,  ເລຂາໜ່ວຍພັກ ສະຖານກົງສຸນໃຫຍ່, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ສສ ຫວຽດນາມ, ມີປະທານສະຫະພັນກໍາມະບານຮາກຖານ ແລະ ເລຂາໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ຂອງສະຖານກົງສຸນໃຫຍ່, ພ້ອມດ້ວຍພະນັກງານສະຖານກົງສຸນໃຫຍ່ ແລະ  ບັນດາຄະນະນັກສຶກສາ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຈຸພັກ, ຈຸຊາວໜຸ່ມ  ຄະນະໜ່ວຍແມ່ຍິງ, ຄະນະໜ່ວຍກໍາມະບານ ແລະ ບັນດານັກສຶກສາແມ່ຍິງ ຈໍານວນ 5 ມະຫາວິທະຍາໄລ ເຂດນະຄອນດານັງ ໄດ້ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

 

ໃນໂອກາດດັ່ງກ່າວນີ້, ສະຫາຍ ນາງ ບົວຄໍາ ສີນະວົງພອນ, ປະທານສະຫະພັນແມ່ຍິງຮາກຖານ ຂອງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວໄດ້ໃຫ້ກຽດເລົ່າຫວນຄືນມູນເຊື້ອການກໍາເນີດ ເກີດຂື້ນ ຂອງ ວັນ ທີ 8 ມີນາ ຄົບຮອບ 113 ປີ ແລະ ສະຫລຸບຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕິດພັນກັບການເຄື່ອນໄຫວຽກງານພົວພັນຮ່ວມມືກັບສາກົນ ໃນ  1 ປີ ຜ່ານມາ ແລະ ການກໍານົດທິດທາງວຽກງານໃນປີ 2023. ຊຶ່ງ 1 ປີຜ່ານມາສະຫະພັນແມ່ຍິງຮາກຖານ ສະຖານກົງສຸນໃຫ່ຍ ໄດ້ປັບປຸງໃຫ້ມີຄວາມເຂັ້ມແຂງ, ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ກວດກາຄືນການຈັດຕັ້ງປະຕິບັດວຽກງານ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ການຊ່ວຍເຫລືອເຊີ່ງກັນ ແລະ ກັນໃນຊີວິດການເປັນຢູ່ ໃນສະພາບສັງຄົມປະຈຸບັນ. ສະຫະພັນແມ່ຍິງຮາກຖານຂອງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ມີສະມາຊິກສະຫະພັນແມ່ຍິງລາວ ນັກສຶກສາທັງໝົດ ໃນປີ 2022  ຈໍານວນ: 1.607 ຄົນ, (ລວມໃນ 10 ແຂວງ 1 ນະຄອນ,​ ສະເພາະນະຄອນດານັງ ມີ 134 ຄົນ)  ແລະໄດ້ເຮັດໃບຍົກຍ້າຍໃຫ້ສະມາຊິກແມ່ຍິງ ກັບ ສປປ ລາວ 649 ຄົນ. ພ້ອມດຽວກັນນັ້ນ, ກໍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນ, ສິດ ແລະ ໜ້າທີ່ຂອງແມ່ຍິງລາວ ສົ່ງເສີມພັດທະນາຄວາມກ້າວໜ້າຂອງແມ່ຍິງ ແລະ ຮັບປະກັນການປະຕິບັດຄວາມສະ ເໝີພາບຍິງ-ຊາຍ ຢູ່ໃນສັງຄົມ ຕາມກົດລະບຽບຂອງ ສູນກາງສະຫະພັນແມ່ຍິງລາວ ວາງອອກ ສະໄໝທີ VIII.

 

ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ສະຫາຍ ສຸພັນ ຫາດາວເຮືອງ,ກຳມະການຄະນະພັກຮາກຖານສະຖານທູດລາວ ປະຈຳ ສສ ຫວຽດນາມ,  ເລຂາໜ່ວຍພັກ ສະຖານກົງສຸນໃຫຍ່, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນດານັງ ສສ ຫວຽດນາມ  ໄດ້ໃຫ້ກຽດໂອ້ລົມແກ່ສະມາຊິກສະຫະພັນແມ່ຍິງພະນັກງານ ແລະ ແມ່ຍິງນັກສຶກສາໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ ເອື້ອຍນ້ອງ ແມ່ຍິງ ແລະ ໄດ້ເນັ້ນໜັກເຖິງການສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພີ່ມທະວີເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຜົນສໍາເລັດ, ແລະ ຄວາມເອົາໃຈໃສ່ ໃຫ້ຄວາມສໍາຄັນຕໍ່ການພັດທະນາແມ່ຍິງຍາມໃດກໍໄດ້ຖືສໍາຄັນວຽກງານດັ່ງກ່າວ ເພື່ອຍົກສູງບົດບາດຂອງແມ່ຍິງ ໃຫ້ສູງເດັ່ນຂຶ້ນ ໃນການປະກອບສ່ວນເປັນກໍາລັງແຮງທີ່ສໍາຄັນເຂົ້າໃນການເຄື່ອນໄຫວວຽກງານການເມືອງ-ການທູດ ໃນໄລຍະໃໝ່, ມີຄວາມຮູ້-ຄວາມສາມາດ ແລະ ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກຂອງຄະນະສະຫະພັນແມ່ຍິງພາຍໃນໜ່ວຍ,ເຮັດໃຫ້ມີຄວາມໜັກແໜ້ນດ້ານການເມືອງ ແລະ ເຂັ້ມແຂງດ້ານການຈັດຕັ້ງ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີທີ່ສູນກາງສະຫະພັນແມ່ຍິງລາວວາງອອກ.

 

ນອກຈາກນັ້ນ, ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນແມ່ຍິງສາກົນ 8 ມີນາ 2023 ຄົບຮອບ 113 ປີ ສະຫະພັນແມ່ຍິງສະຖານກົງສຸນໃຫຍ່ ຮ່ວມກັບແມ່ຍິງນັກສຶກສາລາວ ໄດ້ເຄື່ອນໄຫວສ້າງກິດຈະກໍາ ແຂ່ງຂັນກິລາ ເປຕັງຍິງ ວັນທີ 26/02/2023 ແລະ ກິລາຕີບານສົ່ງຍິງ ແຂ່ງຂັນຕອນເຊົ້າ ຂອງວັນທີ 05/03/2023 ເຊີ່ງດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488090
ມື້ນີ້37
ມື້ວານ163
ອາທິດນີ້452
ເດືອນນີ້1483