ໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 ແລ້ວນີ້, ທີ່ວັງບາຢານ (Bayan Palace) ນະຄອນກູເວດ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ເຊັກຄ໌ ມິຊໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ (His Highness Sheikh Mishal Al Ahmad Al Jaber Al Sabah), ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ (The Deputy Emir, Crown Prince of the State of Kuwait) ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາລັດກູເວດ ໂດຍມີສໍານັກງານຕັ້ງຢູ່ນະຄອນກູເວດ, ລັດກູເວດ.
ໃນໂອກາດອັນສໍາຄັນນີ້, ອົງມົງກຸດຣາດຊະກຸມມານແຫ່ງລັດກູເວດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ບຸນ ອິນທະບັນດິດ ທີ່ໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລັດຖະທູດຄົນໃໝ່ແຫ່ງ ສປປ ລາວ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ພ້ອມທັງອວຍພອນໃຫ້ໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນທຸກປະການຢູ່ປະເທດກູເວດ. ພ້ອມດຽວກັນນີ້, ອົງມົງກຸດຣາດຊະກຸມມານ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກສົມເດັດອາເມຍ ເຊັກຄ໌ ນາວາຟ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ກະສັດ ແຫ່ງລັດກູເວດ ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວອີກດ້ວຍ. ຫລັງຈາກນັ້ນ, ອົງມົງກຸດຣາດຊະກຸມມານ ຍັງໄດ້ເວົ້າເຖິງສາຍພົວພັນມິດຕະພາບລະຫວ່າງ ລັດກູເວດ ແລະ ສປປ ລາວທີ່ໄດ້ຮັບການພັດທະນາຫລາຍຂຶ້ນເປັນກ້າວໆໃນຊຸມປີທີ່ຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ.
ທ່ານ ບຸນ ອິນທະບັນດິດ, ເອກອັກຄະລັດຖະທູດໄດ້ກ່າວສະແດງຂອບໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ສົມເດັດອາເມຍເຫັນດີຮັບເອົາການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາກູເວດ ແລະ ກ່າວວ່າໃນນາມຕາງໜ້າລັດຖະບານລາວ, ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວ ລະຫວ່າງ ສອງປະເທດ ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ 2008 ໄດ້ຮັບການເສີມຂະຫຍາຍເປັນປົກກະຕິ ແລະ ຂໍສະແດງຄວາມຮູ້ບຸນຄົນຕໍ່ສົມເດັດອາເມຍກໍຄືລັດຖະບານ ແລະ ປະຊາຊົນກູເວດ ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລ້ຳຄ່າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ທ່ານທູດຍັງໄດ້ກ່າວວ່າ ໃນໄລຍະປະຕິບັດໜ້າທີ່ການທູດຢູ່ກູເວດ, ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສູດ ເພື່ອສືບຕໍ່ປະກອບສ່ວນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມກັນນັ້ນ, ທ່ານທູດ ໄດ້ຖືໂອກາດນີ້ ສົ່ງຄຳອວຍພອນ ແລະ ຢ້ຽມຢາມຢ່າງອົບອຸ່ນຈາກປະທານປະເທດ ສປປ ລາວ ເຖິງສົມເດັດອາເມຍ ເຊັກຄ໌ ນາວາຟ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ກະສັດແຫ່ງລັດກູເວດ ແລະ ສະມາຊິກລາດຊະວົງອາລຊາບາ ຈົ່ງມີພະລານາໄມສົມບູນ ແລະ ຄວາມຜາສຸກເພື່ອສືບຕໍ່ນໍາພາປະເທດກູເວດທີ່ອຸດົມຮັ່ງມີທາງດ້ານນໍ້າມັນນັ້ນໄປສູ່ຄວາມຈະເລີນຮຸ່ງເຮືອງ ກ້າວໜ້າຕະຫລອດໄປ ເພື່ອປະກອບສ່ວນເຂົ້າໃນຄວາມວັດຖະນະຖາວອນ ແລະ ສັນຕິສຸກ ຂອງຂົງເຂດ ແລະ ຂອງໂລກ.