ໃນລະຫວ່າງວັນທີ 26-27 ພຶດສະພາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາວກາຍ. ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ຮ່ວງ ກັວກ ແຄ່ງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈຳການ ຊຶ່ງໃນການພົບປະ ແລະ ເຮັດວຽກໃນຄັ້ງນີ້: ການນຳແຂວງລາວກາຍ ກໍສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ, ພົບປະ ແລະ ຮ່ວມກິດຈະກຳສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ (05/09/1962-05/09/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ (18/07/1977-18/07/2022). ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ ດ້ວຍຖານະອັນສູງສົ່ງຂອງສະຫາຍ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ນອກຈາກນີ້, ຄະນະກໍຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໂດຍຫຍໍ້ຈາກສະຫາຍຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈຳການ ໃນໄລຍະຜ່ານມາ ແຂວງລາວກາຍເປັນແຂວງໜຶ່ງທີ່ມີທີ່ຕັ້ງພູມສັນຖານ ແລະ ເປັນແລວທາງເສດຖະກິດຂອງນະຄອນຄຸນໝິງ ສປ ຈີນ, ຮ່າໂນ້ຍ, ຮາຍຟ່ອງ ແລະ ແຂວງກວາງນິງ ສສ ຫວຽດນາມ ເປັນຂົວຕໍ່ບໍ່ສະເພາະແຕ່ພາຍໃນຫວຽດນາມເທົ່ານັ້ນ ແຕ່ຍັງມີບັນດາປະເທດອາຊຽນ ມີຕະຫຼາດຂອງແຂວງຢູນານ ແລະ ພາກຕາເວັນຕົກສ່ຽງໃຕ້ຂອງຈີນ ອີກດ້ວຍ.
ພ້ອມນັ້ນ, ແຂວງລາວກາຍ ຍາມໃດກໍເອົາໃຈໃສ່, ປົກປັກຮັກສາ, ສົ່ງເສີມ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ - ລາວ ເວົ້າລວມ ແລະ ກັບບັນດາແຂວງຂອງລາວ ເວົ້າສະເພາະ. ແຂວງລາວກາຍ ແລະ ບັນດາແຂວງພາກເໜືອຂອງລາວແມ່ນໄດ້ມີການແລກປ່ຽນຢ້ຽມຢາມຄະນະຜູ້ແທນເຊິ່ງກັນແລະກັນ ເປັນຕົ້ນ ແຂວງ ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງພະບາງ ສອງຝ່າຍໄດ້ມີການຢ້ຽມຢາມຫລາຍຄັ້ງ, ມີການປຶກສາຫາລືໃນຂົງເຂດສຶກສາ, ກະສິກຳ, ວັດທະນະທຳ ແລະ ການພັດທະນາຊົນນະບົດ. ປັດຈຸບັນ, ແຂວງລາວກາຍ ມີນັກສຶກສາລາວ ຈຳນວນ 12 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລສາຂາຖາຍຫງວຽນ ຂອງແຂວງລາວກາຍ.
ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫາຍຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈຳການ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງລາວກາຍ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຈາກນັ້ນ, ຄະນະກໍໄດ້ເຂົ້າຮ່ວມການພົບປະລະຫວ່າງ ແຂວງລາວກາຍ, ສະຖານເອກອັກຄະລັດຖະທູດ ແລະ ນັກສຶກສາວລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ຮ່ວງ ກັວກ ແຄ່ງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈຳການ, ສະຫາຍ ຫງວຽນ ວັນ ແຢງ, ຮອງປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ນັກສຶກສາລາວທີ່ຮຽນຢູ່ແຂວງລາວກາຍ ພ້ອມດ້ວຍຄະນະຄູອາຈານ ແລະ ນັກສຶກສາຫວຽດນາມ ແລະ ນັກສຶກສາລາວທີ່ກຳລັງຮຽນພາສາຫວຽດນາມຢູ່ T80 ເຊີນເຕີຍ, ຮ່າໂນ້ຍ ຈຳນວນ 50 ຄົນ.
ໃນການພົບປະ ສະຫາຍ ຮ່ວງ ກວກ ແຄງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈຳການ ໄດ້ສະເໜີໃຫ້ຜູ້ເຂົ້າຊາບກ່ຽວກັບຂໍ້ມູນການຮ່ວມມືດ້ານການເມືອງ, ກະສິກຳ, ການສຶກສາ, ວຽກງານປ້ອງກັນຄວາມສະຫງົບ, ປ້ອງກັນຊາດລະຫວ່າງ ແຂວງລາວກາຍ ແລະ ບັນດາແຂວງພາກເໜືອຂອງລາວແມ່ນໄດ້ມີການແລກປ່ຽນຢ້ຽມຢາມຄະນະຜູ້ແທນເຊີ່ງກັນ ແລະກັນ ລະຫວ່າງແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງຫຼວງພະບາງ.
ສະຫາຍ ຫງວຽນ ວັນ ແຢງ ຮອງປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽເດນາມ ໄດ້ໃຫ້ຮູ້ວ່າ: ກິດຈະກຳນີ້ ເປັນກິດຈະກຳທຳອິດທີ່ໄດ້ຈັດໃຫ້ນັກສຶກສາລາວໄປທັດສະນະສຶກສາ ຊຶ່ງເປັນຄັ້ງທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວເວົ້າລວມ ເວົ້າສະເພາະແມ່ນຄົນຮຸ່ນ ໜຸ່ມຂອງສອງປະເທດໄດ້ມີໂອກາດຊອກຮູ້ການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນຢູ່ແຂວງລາວກາຍ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຢ້ຳຕື່ມວ່າ ການເລືອກເອົາແຂວງລາວກາຍເປັນບ່ອນພົບປະແລກປ່ຽນສີລະປະວັນນະຄະດີນີ້ຍ້ອນແຂວງລາວກາຍເປັນແຂວງໜຶ່ງ ທີ່ມີທີ່ຕັ້ງຍຸດທະສາດທທີ່ສຳຄັນທັງເປັນໂອກາດໃຫ້ນ້ອງນັກສຶກສາຈາກ ສປປ ລາວ ໄດ້ທັດສະນະສຶກສາ ແລະ ຮຽນຮູ້ກ່ຽວກັບແຂວງລາວກາຍເຊັ່ນ ການພັດທະນາຂອງແຂວງລາວກາຍ, ການພົວພັນກັບສາກົນໂດຍສະເພາະແມ່ນການຮ່ວມມືກັບແຂວງຢູນານ, ສປ ຈີນ. ໃຫ້ເປັນຄວາມຮູ້ເພີ່ມເຕີມໃນການດຳລົງຊີວິດ ຕະຫຼອດໄລຍະສຶກສາຮ່ຳຮຽນຢູ່ ສສ ຫວຽດນາມ. ນອກຈາກນີ້, ແຂວງລາວກາຍຍັງໄດ້ໄປມາຫາສູ່ລະຫວ່າງບັນດາແຂວງພາກເໜືອ ແລະ ພາກກາງຂອງລາວເປັນຕົ້ນແມ່ນແຂວງອຸດດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ບໍລິຄຳໄຊ. ເຖິງວ່າ ແຂວງລາວກາຍເປັນແຂວງໜຶ່ງທີ່ບໍ່ມີຊາຍແດນຕິດກັບບັນດາແຂວງຂອງລາວ ກໍຕາມ ແຕ່ຍ້ອນຄວາມເອົາໃຈໃສ່ການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນພິເສດ ແຂວງລາວກາຍ ກໍໄດ້ໃຫ້ການສະໜັບສະໜຸນຊ່ວຍເຫຼືອ ແກ່ບັນດາແຂວງພາກເໜືອຂອງລາວ. ໂອກາດນີ້, ສະຫາຍ ກໍຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມການພົບປະໃນຄັ້ງນີ້ ກໍາໄດ້ສາຍພົວພັນອັນແໜ້ນແຟ້ນທີ່ມີມາແຕ່ດົນແລ້ວນັ້ນ ໃຫ້ເລີກເຊິ່ງກວ່າເກົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ພ້ອມກັນສືບທອດປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການຜັນຂະຫຍາຍ ແລະ ຍືນຍົງຄົງຕົວຕະຫຼອດໄປ.
ກ່ອນໜ້ານັ້ນ ໃນວັນດຽວກັນ ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ກໍຍັງໄດ້ໄປຢ້ຽມຊົມດ່ານຂົນສົ່ງສິນຄ້າ ແລະ ດ່ານເຂົ້າອອກເມືອງຂອງແຂວງລາວກາຍ ເປັນຊານແດນລະຫວ່າງແຂວງລາວກາຍ ແລະ ແຂວງຢູນານຂອງ ສປ ຈີນ. ຕອນຄ່ຳຂອງວັນດຽວກັນ ສະຫາຍເອກອັກຄະລັດຖະທູດ ກໍໄດ້ເຂົ້າຊົມການແລກປ່ຽນສີລະປະວັນນະຄະດີ ທີ່ຈັດຂຶ້ນນຢູ່ມະຫາວິທະຍາໄລສາຂາຖາຍຫງວຽນ ຂອງແຂວງລາວກາຍ.