ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານຕາ

 

WhatsApp Image 2022 04 25 at 40407 PM

       ໃນວັນທີ 21 ເມສາ 2022, ທີ່ ທໍານຽບປະທານາທິບໍດີແຫ່ງ ສາທາລະນະລັດ ມານຕາ, ນະຄອນຫຼວງ ວາແລັດຕາ, ທ່ານ ລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ດຣ. ຈອດສ໌ ເວວລາ (Dr. George Vella), ປະທານາທິບໍດີແຫ່ງ ສາທາລະນະລັດ ມານຕາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ມານຕາ ໂດຍມີສຳນັກງານຕັ້ງຢູ່ ເຊີແນວ, ປະເທດ ສະວິດສ.

 

            ພາຍຫຼັງພິທີຍື່ນສານສຳເລັດລົງ, ທ່ານທູດ ລັດສະໝີ ແກ້ວມະນີ ກໍ່ໄດ້ຢ້ຽມຂໍ່ານັບ ແລະ ພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີມານຕາ ດ້ວຍ​ບັນ​ຍາ​ກາດ​​ໄມ​ຕີ​ຈິດມິດຕະພາບ​ອັນ​ດີ ຊຶ່ງທູດລາວໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນມານຕາທຸກຖ້ວນໜ້າ. ພ້ອມກັນນັ້ນ, ທ່ານປະທານາທິບໍດີມານຕາ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄຳອວຍພອນຢ້ຽມຢາມຖາມຂ່າວຄືນ ເຖິງຄູ່ຮ່ວມຕຳແໜ່ງ ເຊັ່ນດຽວກັນ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບທູດລາວຄົນໃໝ່ ແລະ ອວຍພອນໃຫ້ທ່ານທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດທຸກປະການ. ທ່ານທູດ ລັດສະໝີ ແກ້ວມະນີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳອວຍພອນອັນຈົບງາມດັ່ງກ່າວ ແລະ ຢືນຢັນວ່າຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ມານຕາ ໃຫ້ນັບມື້ນັບດີຂຶ້ນ.

 

           ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ຢ້ຽມຢາມ ແລະພົບປະສອງຝ່າຍ ກັບ ທ່ານ ຄຣິດສະຕອບເຟີ ກູຕາຈາ (Mr. Christopher Cutajar) ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ເອີຣົບ ແລະການຄ້າ, ທ່ານ ກຣິບຕັນ ກຣີມາ (Hon. Clifton Grima) ລັດຖະມົນຕີກະຊວງສຶກສາທິການ, ກິລາ, ຊາວໜຸ່ມ, ການຄົ້ນຄວ້າ ແລະນະວັດຕະກໍາ ແລະ ທ່ານ ເກຣຕັນ ບາໂຕໂລ (Hon. Clayton Bartolo) ລັດຖະມົນຕີກະຊວງທ່ອງທ່ຽວ, ຊຶ່ງໄດ້ມີການແລກປ່ຽນຄຳຄິດຄຳເຫັນກ່ຽວກັບການເສີມຂະຫຍາຍການພົວພັນ ແລະຮ່ວມມືສອງຝ່າຍ ຕາມຄວາມສາມາດ ແລະ ທ່າແຮງຂອງສອງປະເທດ ໂດຍແນ່ໃສ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ເຊັ່ນ: ການສຶກສາ, ການຝຶກອົບຮົມ, ການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ອື່ນໆ ລວມທັງການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ອາຊຽນ-ສະຫະພາບເອີຣົບ ແລະ ອົງການສະຫະປະຊາຊາດ. ສປປ ລາວ ແລະ ມານຕາ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 13 ມັງກອນ 2011.

-------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486415
ມື້ນີ້111
ມື້ວານ220
ອາທິດນີ້77
ເດືອນນີ້5720