ໃນຕອນເຊົ້າຂອງວັນທີ 11 ຕຸລາ 2021, ໄດ້ມີພິທີມອບຮັບເຄື່ອງຊ່ວຍເຫຼືອປ້ອງກັນໂຄວິດ-19 ຢູ່ທີ່ກະຊວງການຕ່າງປະເທດ, ຊຶ່ງຕາງໜ້າໃຫ້ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ໂຮງຫມໍເດັກ ໃນຄັ້ງນີ້, ໂດຍແມ່ນ ທ່ານ ສຸຂັນໄຊ ອັກຄະວົງ, ຮອງຫົວຫນ້າຫ້ອງການກະຊວງການຕ່າງປະເທດ, ຊຶ່ງປະກອບມີຄື: ຊຸດປ້ອງກັນພະຍາດໂຄວິດ-19 (ຊຸດ PPE) ຈຳນວນ 400 ຜືນ ແລະ ຜ້າອັດປາກ ຈຳນວນ 25.000 ອັນ. ພ້ອມດຽວກັນນີ້, ທ່ານ ອຸດຕະມະ ສິດທິພົງ, ຮອງຫົວຫນ້າຫ້ອງການກະຊວງ ກໍ່ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ພາກສ່ວນໜ່ວຍກູ້ໄພສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງ, ປະກອບມີຄື: ຊຸດປ້ອງກັນພະຍາດໂຄວິດ-19 (ຊຸດ PPE) ຈຳນວນ 400 ຜືນ ແລະ ຜ້າອັດປາກ ຈຳນວນ 25.000 ອັນ, ທັງນີ້ກໍ່ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.