ໃນຕອນບ່າຍວັນທີ 06 ຕຸລາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ Gennady S. BEZDETKO,ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ລັດເຊຍ ຄົນໃໝ່ ປະຈຳ ສສ ຫວຽດນາມ.
ໃນການຕ້ອນຮັບ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ Gennady S. BEZDETKO ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ລັດເຊຍ ປະຈຳ ສສ ຫວຽດນາມ, ສະແດງຄວາມຍິນດີ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ລັດເຊຍ ທີ່ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.
ໂອກາດນີ້ ສອງຝ່າຍ ໄດ້ເຫັນດີຈະປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍຄື ສອງສຳນັກງານຜູ້ຕາງໜ້າການທູດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ໃຫ້ເພີ່ມສູງຂຶ້ນເລື້ອຍໆ.