ໃນວັນທີ 04 ກັນຍາ2021 ນີ້, ທີ່ສູນຝຶກແອບທະຫານແຫ່ງຊາດທີ 4 ສສຫວຽດນາມໄດ້ມີພິທີປິດການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີ ທ່ານ ພົນໂທ ເຈີນ ກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ, ທ່ານ Krivoruchko Alexei Iurievich ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທຸຕານຸທູດ, ທີ່ປຶກສາຝ່າຍປ້ອງກັນຊາດຂອງສະຖານທູດຕ່າງປະເທດປະຈຳ ສສ ຫວຽດນາມ , ບັນດານາຍແລະ ພົນທະຫານ, ບັນດາທີມນັກກິລາທະຫານຈາກ 8 ປະເທດກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ, ສຳລັບສະຖານທູດລາວປະຈຳຫວຽດນາມກໍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳສສຫວຽດນາມ,ທ່ານ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາຝ່າຍປ້ອງກັນຊາດ ພ້ອມຄະນະເຂົ້າຮ່ວມພິທີດັ່ງກ່າວ.
ການແຂ່ງຂັນໄດ້ເລີ່ມມາແຕ່ວັນທີ 31 ສິງຫາ - 03 ກັນຍາ 2021, ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້ ກິລາປະເພດຍິງປືນ (Sniper) ຊະນະເລີດ ໄດ້ແກ່ປະເທດ ຫວຽດນາມ, ຮອງຊະນະເລີດປະເທດ ອຸດສະເບກິດສະຖານ ແລະ ອັນດັບທີ 3 ແມ່ນປະເທດ ລັດເຊຍ ສຳລັບທີມລາວໄດ້ອັນດັບທີ 6 ໃນຈຳນວນ 7 ປະເທດ, ສ່ວນການແຂ່ງຂັນກິລາກູ້ໄພສຸກເສີນ ຊະນະເລີດແມ່ນ ປະເທດ ລັດເຊຍ ຮອງຊະນະເລີດ ຫວຽດນາມ, ອັນດັບທີ 3 ແມ່ນປະເທດ ເບລາຣຸດ ສຳລັບທີມລາວໄດ້ອັນດັບທີ 4 ໃນຈຳນວນ 5 ປະເທດ.
ຕະຫຼອດໄລຍະການແຂ່ງຂັນເຖິງວ່າຈະພົບຄວາມຍຸ້ງຍາກ, ໂດຍສະເພາະແມ່ນສະພາບໂຄວິດ -19 ແລະ ສະພາບດິນຟ້າອາກາດບໍ່ເອື້ອອຳນວຍບາງຄັ້ງຄາວ, ແຕ່ລະທິມກໍມີຄວາມບຸກບືນ ແລະ ສູ້ຊົນ ເພື່ອຍາດໃຫ້ໄດ້ຜົນງານທີ່ດີທີ່ສຸດມາສູ່ທີມຂອງຕົນເອງ, ຄຽງຄູ່ກັບການແຂ່ງຂັນ ແຕ່ລະທິມກໍໄດ້ມີການແລກປ່ຽນດ້ານວັດທະນະທຳ, ປະສົບການ, ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນໄລຍະການແຂ່ງຂັນ.
ການແຂ່ງຂັນແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ, ຍ້ອນປະເທດເຈົ້າພາບມີຄວາມເອົາໃຈໃສ່ໃນການກະກຽມເປັນຢ່າງດີ, ມີຄວາມຮັບປະກັນຮອບດ້ານ, ມີຄວາມປອດໄພ ເຮັດໃຫ້ແຕ່ລະປະເທດທີ່ເຂົ້າຮ່ວມຕີລາຄາສູງຕໍ່ຜົນສຳເລັດໃນຄັ້ງນີ້, ໃນພິທີປິດ ນອກຈາກການມອບລາງວັນໃຫ້ແຕ່ລະປະເພດກິລາແລ້ວ, ຍັງໄດ້ຮັບຊົມການສະແດງສີລະປະການປ້ອງກັນຕົວ, ການສະແດງຮ້ອງເພງ ແລະ ຟ້ອນຈາກບັນດານັກຮົບ ແລະ ກອງສີລະປະກອນກອງທັບ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງກອງທັບ ແລະ ມູນເຊື້ອວັດທະນະທຳອັນງົດຂອງຊາວຫວຽດນາມ.