ໃນຕອນບ່າຍຂອງວັນທີ 28 ເມສາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ແສງດາວັນ ວົງໄຊ, ຮອງຫົວໜ້າກົມອາຊຽນ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ອິນເດຍ ແບບທາງໄກ, ຕາມການມອບຫມາຍຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນເຈົ້າຫນ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ.