ໃນຕອນເຊົ້າຂອງວັນທີ 07 ເມສາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງແບກແລງ, ທ່ານ ພົມມາ ບຸດທະວົງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ Klaus Iohannis, ປະທານາທິບໍດີຣູມານີ ໂດຍມອບສໍາເນົາສານຜ່ານທ່ານ Cornel FERUŢĂ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຣູມານີ (ແບບກອງປະຊຸມທາງໄກ) ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣູມານີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ແບກແລງ, ສາທາລະນະລັດ ສະຫະພັນ ເຢຍລະມັນ.
ໃນໂອກາດດັ່ງກ່າວ, ທ່ານ Cornel FERUŢĂ, ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ພົມມາ ບຸດທະວົງ ໃນການມອບສານ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ປະຈຳ ຣູມານີ ພ້ອມທັງກ່າວສະແດງຄວາມຍີນດີ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືອັນດີມາເປັນເວລາຍາວນານ ລະຫວ່າງສອງປະເທດ, ຊຶ່ງໃນເດືອນພະຈິກ ປີ 2021 ນີ້ ລາວ ແລະ ຣູມານີ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນຄົບຮອບ 59 ປີ (25/11/1962-25/11/2021) ແລະ ຈະສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີມີມູນເຊື້ອອັນດີງາມ ແລະ ການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ໃນໂອກາດດຽວກັນນີ້, ທ່ານ ພົມມາ ບຸດທະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ທີ່ໄດ້ຈັດໃຫ້ມີການຍື່ນສຳເນົາສານຕາຕັ້ງໃນມື້ນີ້, ພ້ອມທັງໂອ້ລົມແລກປ່ຽນຂໍ້ມູນ ແລະ ທ່າແຮງຈຸດເດັ່ນໃນຂົງເຂດວຽກງານຂອງການພັດທະນາປະເທດ ເພື່ອເສີມສ້າງການພົວພັນຮ່ວມມືໃນອະນາຄົດຂອງສອງປະເທດ ລາວ ແລະ ຣູມານີ ແລະ ໃນຂອບອາຊຽນ-ອີຢູ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆໃນຕໍ່ໜ້າ.