ໃນວັນທີ 28 ມັງກອນ 2020, ທີ່ ທຳນຽບປະທານາທິບໍດີ ເມືອງ Cetinje, ປະເທດ ມົງເຕເນໂກຣ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Milo Đukanović, ປະທານາທິບໍດີ ແຫ່ງ ມົງເຕເນໂກຣ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ປະຈຳ ມົງເຕເນໂກຣ, ໂດຍມີສໍານັກງານຕັ້ງ ຢູ່ ນະຄອນຫຼວງວຽນ, ປະເທດໂອຕຣິດ.
ໃນໂອກາດການພົບປະໂອ້ລົມ, ທ່ານ ສີທົງ ຈິດໂຍທິນ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Milo Đukanović ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ມົງເຕເນໂກຣ ທຸກຖ້ວນໜ້າ. ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງທີ່ ພະນະທ່ານ ປະທານາທິບໍດີ ໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ການທູດ ຢູ່ ມົງເຕເນໂກຣ ທ່ານຈະເຮັດສຸດຄວາມສາມາດຂອງຕົນ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີບາດກ້າວຂະຫຍາຍຕົວໃໝ່.
ໃນໂອກາດນີ້, ພະນະທ່ານ Milo Đukanović ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ມົງເຕເນໂກຣ ພ້ອມທັງໄດ້ສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ເຊັ່ນດຽວກັນ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ຂະຫຍາຍ ຕົວໃນຕໍ່ໜ້າ.