ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ໄດ້ສຳເລັດການຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດໃຫ້ແກ່ ທ່ານ ໂທຊິຢູກິ ຄູໂບະ (Mr. Toshiyuki KUBO), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຜູ້ທຳອິດ ປະຈຳ ແຂວງ ຮອກໄກໂດ, ປະເທດ ຍີ່ປຸ່ນ ໃນວັນທີ 21 ມັງກອນ 2020 ໂດຍ ທ່ານ ວິໂຣດ ສູນດາຣາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ ເປັນຜູ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ກົງສຸນກິດຕິມະສັກລາວ ໃນຄັ້ງນີ້, ເຊິ່ງໃນພິທີດັ່ງກ່າວ ໄດ້ມີພະນັກງານສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໂທຊິຢູກິ ຄູໂບະ, ໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ໃນວັນທີ 29 ຕຸລາ 2019 ແລະ ໄດ້ຮັບການເຫັນດີຈາກລັດຖະບານຍີ່ປຸ່ນ ໃນວັນທີ 05 ທັນວາ 2019, ໃຫ້ດໍາລົງຕໍາແໜ່ງກົງສຸນກິດຕິມະສັກຂອງລາວ ປະຈໍາ ແຂວງ ຮອກໄກໂດ, ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວຢ່າງຫ້າວຫັນເຂົ້າຮ່ວມປະກອບສ່ວນຊຸ້ກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ຢີ່ປຸ່ນ ໄດ້ເປັນຢ່າງດີ, ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບ ສປປ ລາວ ຢູ່ຕາມສະຖານທີ່ຕ່າງໆ ໃນຍີ່ປຸ່ນ, ເຄື່ອນໄຫວພົບປະປືກສາຫາລືຮ່ວມກັບຫຼາຍພາກສ່ວນທຸລະກິດ, ກຸ່ມນັກທຸລະກິດຍີ່ປຸ່ນ ແລະ ອົງການຕ່າງໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການພົວພັນຮ່ວມມືນັກທຸລະກິດລາວ-ຍີ່ປຸ່ນ ໃຫ້ຫລາຍຂື້ນໃນຫຼາຍດ້ານເຊັ່ນ: ດ້ານການຄ້າ-ການລົງທຶນ, ການສຶກສາ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ.
ໃນພິທີດັ່ງກ່າວ ທ່ານເອກອັກຄະລັດຖະທູດ ວິໂຣດ ສູນດາຣາ ໄດ້ກ່າວສະແດງຄວາມດີໃຈ ທີ່ໄດ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ ທ່ານ ໂທຊິຢູກິ ຄູໂບະ ເປັນກົງສຸນກິດຕິມາສັກລາວຄົນຜູ້ທຳອິດ ປະຈຳແຂວງຮອກໄກໂດ ແລະ ຊົມເຊີຍຕໍ່ຜົນງານທີ່ເຄື່ອນໄຫວປະກອບສ່ວນເຂົ້າໃນການຂະຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດມາ. ພ້ອມນີ້, ກໍ່ໄດ້ສະເໜີໃຫ້ທ່ານກົງສຸນກິດຕິມະສັກລາວ ເພີ່ມທະວີການປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ ຕາມຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງກົງສຸນກິດຕິມາສັກ ປະຈຳແຂວງ ຮອກໄກໂດ ໃຫ້ມີປະສິດຕິຜົນຫຼາຍຂື້ນກວ່າເກົ່າ ໂດຍສະເພາະແມ່ນການປະກອບສ່ວນເຄື່ອນໄຫວປຸກລະດົມດຶງດູດການຊ່ວຍເຫຼືອດ້ານສາທາລະນະສຸກ, ການສຶກສາ ແລະ ເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຂື້ນເລື້ອຍໆ.
ໃນຂະນະດຽວກັນ, ທ່ານກົງສຸນກິດຕິມາສັກລາວ ໄດ້ກ່າວສະແດງຄວາມຂອບໃຈ ຢ່າງສຸດຊຶ້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໜ້າທີ່ອັນສຳຄັນນີ້ ໃຫ້ແກ່ທ່ານ ພ້ອມທັງໃຫ້ສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ສົມກຽດ ແລະ ໄດ້ສະເໜີແຜນກະກຽມງານພິທີເປີດຫ້ອງການກົງສຸນກິດຕິມາສັກ ຢູ່ແຂວງ ຮອກໄກໂດ ຢ່າງເປັນທາງການ ໃນວັນທີ 27 ຫຼື 28 ມີນາ 2020 ເພື່ອເຊື້ອເຊີນແຂກຈາກພາກສ່ວນຕ່າງໆ ເຂົ້າຮ່ວມໃນງານພິທີເປິດດັ່ງກ່າວ.