ໃນວັນທີ 6 ພຶດສະພາ 2019, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງໂຄລົມໂບ, ປະເທດສີລັງກາ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານແຕ່ງຕັ້ງຕໍ່ພະນະທ່ານ ໄມຕຣີພາລາ ສີຣິເຊນາ (Maithripala SIRISENA), ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ, ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ, ໂດຍມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫລວງ ນິວເດນລີ, ປະເທດອິນເດຍ.
ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງ ທີ່ພະນະທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານແຕ່ງຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທ່ີການທູດຢູ່ ສີລັງກາ ໃນຄັ້ງນີ້ ທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມ ຍາວນານ ແລະ ການຮ່ວມມືສອງຝ່າຍທີ່ມີຢູ່ແລ້ວນັ້ນ ໃຫ້ມີບາດກ້າວ
ໃໝ່ຂະຫຍາຍຕົວຂຶ້ນຕື່ມ. ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຂອງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ຝາກເຖິງພະນະທ່ານປະທານາທິບໍດີ ໄມຕຣີພາລາ ສີຣິເຊນາ ຈົ່ງມີສຸຂະພະລານະໄມແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສຳເລັດໃນພາລະໜ້າທີ່ອັນກຽດຂອງພະນະທ່ານ. ທ່ານເອກອັກຄະລັດຖະທູດໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສີລັງກາ ຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນໄລຍະຜ່ານມາ ກໍຄື ການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປະຈຸບັນ.
ສປປ ລາວ ແລະ ສີລັງກາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ກໍລະກົດ 1965, ຊຶ່ງສາຍພົວພັນດັ່ງກ່າວ ໄດ້ກາຍເປັນມູນເຊື້ອອັນດີງາມ, ຍາວນານ ແລະ ມີການຮ່ວມມືທີ່ຂະຫຍາຍຕົວດີຂຶ້ນເລື້ອຍໆ, ໂດຍມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຂອງສອງປະເທດ, ມີການຮ່ວມມືກັນໃນຫລາຍຂະ
ແໜງການ, ເຊັ່ນ: ທາງດ້ານສຶກສາ, ວັດ ທະນະທຳ, ເສດຖະກິດ, ການຄ້າ, ວິທະຍາ ແລະ ເຕັກໂນໂລຊີ ແລະ ອື່ນໆ.
ສີລັງກາ ມີເນື້ອທີ່ປະເທດທັງໝົດ 65,610 ກິໂລແມັດມົນທົນ, ມີພົນລະເມືອງ 22,4 ລ້ານກວ່າຄົນ, ເປັນນຶ່ງໃນບັນດາປະເທດສະມາຊິກສະມາຄົມອາຊີໃຕ້ເພື່ອການຮ່ວມມືຂົງເຂດ (ຫລື SAARC) ກໍຄືນຶ່ງໃນບັນດາປະເທດໃນອາຊີໃຕ້ທີ່ມີເສດຖະກິດຂະຫຍາຍໂຕໄວ (GDP 6.4% ແລະ ລາຍຮັບຕໍ່ຫົວຄົນມີ 13,847 ໂດລາ ໃນປີ 2012). ພາຍຫລັງສິ້ນສຸດສົງຄາມກາງເມືອງໃນ 10 ປີຜ່ານມາ, ລັດຖະບານໄດ້ສຸມໃສ່ການພັດທະນາໂຄງລ່າງພື້ນຖານ ກ້າວເຂົ້າເປັນປະເທດທີ່ມີລາຍຮັບລະດັບປານກາງ ແລະ ສາມາດຫລຸດຜ່ອນຄວາມທຸກຍາກ ຍັງເຫລືອແຕ່ 9% ຂອງພົນລະ ເມືອງ.