ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວ ເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານແຕ່ງຕັ້ງຕໍ່ ພະນະທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະ ນະລັດ ອິນເດຍ.
ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງ ທີ່ພະນະທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານແຕ່ງຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທ່ີການທູດຢູ່ ສ. ອິນເດຍ ໃນຄັ້ງນີ້, ຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ຍາວນານ ແລະ ການຮ່ວມມືສອງຝ່າຍທີ່ມີຢູ່ແລ້ວນັ້ນ ໃຫ້ມີບາດກ້າວໃໝ່ຂະຫຍາຍຕົວຂຶ້ນເລື້ອຍໆ; ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ໃນໂອກາດຕ້ອນຮັບປີໃໝ່ສາກົນ 2019 ຂອງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ຝາກເຖິງ ພະນະທ່ານ ປະທານາທິບໍດີ ຣາມ ນັດ ໂກວິນ ຈົ່ງມີສຸຂະພະລານະໄມແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສຳເລັດໃນພາລະໜ້າທີ່ອັນກຽດຂອງພະນະທ່ານ. ທ່ານເອກອັກຄະລັດຖະທູດໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການຊ່ວຍເຫລືອອັນລໍາ້ຄ່າ ຂອງລັດຖະບານ ແລະ ປະຊາຊົນອິນເດຍ ຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນລະຫວ່າງການຕໍ່ສູ້ ເພື່ອສັນຕິພາບ ເອກະລາດ ແລະ ການປົດປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປະຈຸບັນ.
ໃນຂະນະດຽວກັນນີ້, ພະນະທ່ານປະທານາທິບໍດີ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັດຖທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດປະຈຳອິນເດຍໃນຄັ້ງນີ້; ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ຮ່ວມມືໃນກອບສອງຝ່າຍ ໃນຂະແໜງການຕ່າງໆ ແລະ ກອບຫລາຍຝ່າຍ ໃນນີ້ລວມທັງການເຄື່ອນໄຫວຂອງຂະບວນການບໍ່ຮ່ວມກຸ່ມ, ອາຊຽນ, ພາກພື້ນ ແລະ ສາກົນ; ພ້ອມທັງຫວັງວ່າ ການ ເຄື່ອນໄຫວການທູດຂອງທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ຮ່ວມມືສອງຝ່າຍທີ່ມີມາແຕ່ດົນນານນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນຕື່ມ ແລະ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນຫນ້າທີ່ການທູດອັນມີກຽດຂອງຕົນ.
ສປປ ລາວ ແລະ ສ. ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 2 ກຸມພາ 1956, ຊຶ່ງສາຍພົວພັນດັ່ງກ່າວ ໄດ້ກາຍເປັນມູນເຊື້ອອັນດີງາມ, ຍາວນານ ແລະ ມີການຮ່ວມມືທີ່ຂະຫຍາຍຕົວດີຂຶ້ນເລື້ອຍໆ ລະຫວ່າງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ອິນເດຍ, ໂດຍມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບຕ່າງໆຂອງສອງປະເທດ, ການຮ່ວມມືທາງດ້ານການເມືອງ ແລະ ການປ້ອງກັນຊາດ, ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ, ວິທະຍາ ແລະ ເຕັກໂນໂລຊີ ແລະ ອື່ນໆ.