ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ຍີ່ປຸ່ນ ໄດ້ສຳເລັດການຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດ ໃຫ້ແກ່ ທ່ານ ເທັດສຶຈິ ກາວາເບະ (Mr. Tetsuji KAWABE), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງຟູກູໂອກະ, ປະເທດຍີ່ປຸ່ນ ໃນວັນທີ 21 ພະຈິກ 2018, ໂດຍ ທ່ານ ວິໂຣດສູນດາຣາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ ເປັນຜູ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ ກົງສຸນກິດຕິມະສັກລາວຄົນໃໝ່ ໃນຄັ້ງນີ້, ເຊິ່ງໃນພິທີດັ່ງກ່າວໄດ້ມີພະນັກງານສະຖານທູດ ແລະ ຝ່າຍຍີ່ປຸ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເທັດສຶຈິ ກາວາເບະ, ໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ແລະ ຍີ່ປຸ່ນ, ໃນວັນທີ 16 ສິງຫາ 2018 ໃຫ້ດຳລົງຕຳແໜ່ງກົງສຸນກິດຕິມະສັກຂອງລາວ ປະຈຳແຂວງ ຟູກູໂອກະ, ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວຢ່າງຫ້າວຫັນເຂົ້າຮ່ວມປະກອບສ່ວນຊຸ້ກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງລາວ ແລະ ຢີ່ປຸ່ນ ໄດ້ເປັນຢ່າງດີ, ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບ ສປປ ລາວ ຢູ່ຕາມສະຖານທີ່ຕ່າງໆ ໃນຍີ່ປຸ່ນ, ເຄື່ອນໄຫວພົບປະປືກສາຫາລືຮ່ວມກັບຫຼາຍພາກສ່ວນທຸລະກິດ, ກຸ່ມນັກທຸລະກິດຍີ່ປຸ່ນແລະ ອົງການຕ່າງໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການພົວພັນຮ່ວມມືນັກທຸລະກິດລາວ-ຍີ່ປຸ່ນ ໃຫ້ຫຼາຍຂື້ນໃນຫຼາຍດ້ານເຊັ່ນ:ດ້ານການຄ້າ-ການລົງທຶນ, ການສຶກສາ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ.
ໃນພິທີດັ່ງກ່າວ ທ່ານທູດ ວິໂຣດ ສູນດາຣາ ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ຕາງໜ້າໃຫ້ລັດ ຖະບານລາວ ມອບສານແຕ່ງຕັ້ງໃຫ້ ທ່ານ ເທັດສຶຈິ ກາວາເບະ ເປັນກົງສຸນກິດຕິມາສັກລາວ ຄົນໃໝ່ ແລະ ຊົມເຊີຍຕໍ່ຜົນງານທີ່ເຄື່ອນໄຫວປະກອບສ່ວນ ເຂົ້າໃນການຂະຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ ແລະ ການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດມາ. ພ້ອມນີ້, ກໍໄດ້ສະເໜີໃຫ້ກົງສຸນກິດຕິມະສັກລາວຄົນໃໝ່ ເພີ່ມທະວີການປະຕິບັດພາລະບົດບາດໜ້າທີ່ຂອງຕົນ ໃຫ້ມີຜົນສຳເລັດ ຕາມຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງກົງສຸນກິດຕິມະສັກ ປະຈຳ ແຂວງຟູກູໂອກະ ໃຫ້ມີປະສິດທິຜົນຫຼາຍຂື້ນກວ່າເກົ່າ ໂດຍສະເພາະ ແມ່ນການປະກອບສ່ວນເຄື່ອນໄຫວດ້ານການເຜີຍແຜ່ວັດທະທໍາ, ການສຶກສາ ແລະ ເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຂື້ນເລື້ອຍໆ.
ໃນຂະນະດຽວກັນ, ກົງສຸນກິດຕິມະສັກລາວຄົນໃໝ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະມອບໝາຍໜ້າທີ່ອັນສຳຄັນນີ້ໃຫ້ແກ່ທ່ານ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ ເປັນກົງສຸນກິດຕິມະສັກ ແຫ່ງ ສປປລາວ ໃຫ້ສົມກຽດ.