ໃນວັນທີ 25 ຕຸລາ 2018 ກົມເສດຖະກິດ ກະຊວງການຕ່າງປະເທດ ໃນຖານະເປັນກອງເລຂາ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນຳ້ລ້ານຊ້າງ ຂອງ ສປປ ລາວ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ຈັດກອງປະຊຸມໜ່ວຍງານວິຊາການຮ່ວມ ດ້ານການທູດ ແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8 ຂຶ້ນທີ່ ແຂວງຫຼວງພະບາງ,
ໂດຍການເປັນປະທານຮ່ວມຂອງທ່ານ ວິລະສັກ ສົມພົງ, ຮອງຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເໝົາ ໜິງ, ຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ. ພ້ອມດ້ວຍຄະນະຜູ້ແທນ ຈາກບັນດາປະເທດແມ່ນຳ້ຂອງ ແລະ ສປ ຈີນ ເຂົ້າຮ່ວມທັງໝົດ 40 ທ່ານ. ໃຫ້ກຽດກ່າວເປີດກອງປະຊຸມຄັ້ງນີ້ ໂດຍ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືດັ່ງກ່າວຂອງສປປລາວ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ດ້ານເນື້ອໃນ ແລະ ພາລາທິການ ໂດຍສະເພາະການປຶກສາຫາລື ກ່ຽວກັບ ຮ່າງຖະແຫຼງຂ່າວຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ແລະ ຮ່າງບົດລາຍງານຄວາມຄືບໜ້າ ການ ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອງແຕ່ລະປະເທດສະມາຊິກ, ເພື່ອຈະໄດ້ນຳໄປພິຈາລະນາ ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳນລ້ານຊ້າງ ຄັ້ງທີ 4 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 16-17 ທັນວາ 2018 ທີ່ ແຂວງ ຫຼວງພະບາງ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງຈະໄດ້ຮ່ວມກັນທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆ ຂອງຂອບການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ. ຜ່ານມາ ສປປ ລາວ ກໍມີໂຄງການຈັດຕັ້ງປະຕິບັດຢູ່ ສປປ ລາວ ມູນຄ່າປະມານ 8 ລ້ານໂດລາ ໂດຍໄດ້ຮັບການສະໜັບສະໜູນ ຈາກ ສປ ຈີນ ກໍຄື ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.
ຂອບການຮ່ວມມືແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ ສ້າງຕັ້ງຂຶ້ນໃນປີ 2016, ຊຶ່ງປະກອບດ້ວຍ 5 ປະເທດສະມາຊິກແມ່ນຳ້ຂອງ ແລະ ສປ ຈີນ. ມີກົນໄກຈັດກອງປະຊຸມສຸດຍອດທຸກໆ 2 ປີ. ໃນນັ້ນປະເທດສະມາຊິກແມ່ນ້ຳຂອງ ຈະໄດ້ຜັດປ່ຽນກັນເປັນປະທານຮ່ວມ, ສຳລັບ ສປປ ລາວ ແມ່ນໄດ້ຮັບໜ້າທີ່ເປັນປະທານຮ່ວມ ກັບ ສປ ຈີນ ຕໍ່ຈາກກຳປູເຈຍ ແຕ່ໄລຍະປີ 2018-2020 ແລະ ໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມທີ່ສຳຄັນຄື: ກອງປະຊຸມລັດຖະມົນຕີຕ່າງປະ ເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມຜູ້ນຳແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3.