ໃນຕອນບ່າຍຂອງ ວັນອັງຄານ ທີ 02 ຕຸລາ 2018, ເວລາ 14:00 ໂມງ, ທີ່ ຫ້ອງປະຊຸມຊັ້ນ II ຂອງກະຊວງການຕ່າງປະເທດ, ໄດ້ມີການຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດຜູ້ເກົ່າ ແລະ ຜູ້ໃໝ່, ອີງຕາມດຳລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 192/ນຍ, ລົງວັນທີ 7 ມິຖຸນາ 2018 ກ່ຽວກັບ ການມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສຸວັນນາ ຜູຍຍະວົງ, ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຜູ້ເກົ່າ ແລະ ທ່ານ ໄພລາມ ອຸດົມຄຳ, ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຜູ້ໃໝ່, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຫົວໜ້າກົມ ແລະ ຮອງກົມ ຂອງກະຊວງການຕ່າງປະເທດ ຢ່າງອົບອຸ່ນ.
ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສະແດງຄວາມຊົມເຊີຍຕໍ່ການມອບ-ຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ຕໍ່ຜົນງານທີ່ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຍາດມາໄດ້ໃນໄລຍະຜ່ານມາເປັນຕົ້ນ ການເປັນກອງເລຂາ ໃຫ້ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ໃນການປະຕິບັດແນວທາງນະໂຍບາຍຂອງ ພັກ-ລັດ ຕໍ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ເພື່ອໃຫ້ເຂົາເຈົ້າອ່ວຍໜ້າກັບຄືນສູ່ປະເທດຊາດ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບຫຼາຍຂື້ນ. ພ້ອມກັນນັ້ນ, ກໍ່ໄດ້ຊົມເຊີຍຜົນງານດີເດັ່ນທີ່ຍາດມາໄດ້ ຂອງທ່ານຫົວໜ້າກົມຜູ້ເກົ່າໃນການປະກອບສ່ວນວຽກງານຕະຫຼອດໄລຍະຜ່ານມາ ແລະ ໄດ້ໃຫ້ຄໍາໂອວາດຕັກເຕືອນແກ່ຫົວໜ້າກົມທີ່ຖືກແຕ່ງຕັ້ງໃໝ່ໃຫ້ເອົາໃຈໃສ່ໃນການຊີ້ນຳນຳພາ, ມີຄວາມໜັກແໜ້ນຍົກສູງຄວາມເປັນແບບຢ່າງການນໍາພາທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດສຳເລັດໜ້າທີ່ໃນວຽກງານທີ່ຖືກມອບໝາຍ.