ໃນຕອນເຊົ້າ ວັນທີ 17 ເມສາ 2018 ທີ່ ກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ອິນໂດເນເຊຍ, ທ່ານ ເອກະພາບ ພັນທະວົງ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອາຊຽນ ຄົນໃໝ່ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ດາໂຕະ ລິມ ຈ໋ອກ ຮອຍ, ເລຂາທິການໃຫຍ່ອາຊຽນ ເພື່ອເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ.
ໃນໂອກາດນີ້,ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເລຂາທິການໃຫຍ່ອາຊຽນ ທີ່ໄດ້ໃຫ້ການຕ້ອນຮັບໃນການຍື່ນສານຄັ້ງນີ້ ແລະ ໄດ້ສະແດງຄວາມຍິນດີຕໍ່ ທ່ານເລຂາທິການໃຫຍ່ອາຊຽນທີ່ຫາກໍໄດ້ດຳລົງຕຳແໜ່ງໃໝ່ສໍາລັບສົກປີ 2018-2022. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານ ເລຂາທິການໃຫຍ່ອາຊຽນ.
ທ່ານເອກອັກຄະລັດຖະທູດ ຍັງໄດ້ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາກອງເລຂາອາຊຽນ ຂອງ ພະນະທ່ານ ດາໂຕະ ລິມ ຈ໋ອກ ຮອຍ ໃນຖານະເປັນເລຂາທິການໃຫຍ່ອາຊຽນ ທີ່ມີຫົວຄິດປະດິດສ້າງໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ກອງເລຂາອາຊຽນ ໃຫ້ມີປະສິດທິພາບສູງ ໃນທ່າມກາງທີ່ອາຊຽນ ກໍາລັງຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ພ້ອມທັງຕີລາຄາຕໍ່ບົດບາດຂອງກອງເລຂາອາຊຽນ ທີ່ຮັບຜິດຊອບການປະສານງານລະຫວ່າງອົງກອນຂອງອາຊຽນ ແລະ ບັນດາຂະແໜງການທັງ 3 ເສົາຄໍ້າປະຊາຄົມອາຊຽນ ໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ຊົມເຊີຍກອງເລຂາອາຊຽນ ຕໍ່ການຊ່ວຍເຫຼືອ ແລະ ໃຫ້ການຮ່ວມມືຕໍ່ບັນດາປະເທດສະມາຊິກອາຊຽນ ຕະຫຼອດມາ ໂດຍສະເພາະ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ ແລະ ຂໍ້ມູນ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກກອງເລຂາອາຊຽນໃນໄລຍະຕໍ່ໄປ.
ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍຍັງຊຸກຍູ້ໃຫ້ທ່ານເລຂາທິການໃຫຍ່ອາຊຽນ ສືບຕໍ່ສະໜັບສະໜູນການຈັດຕັ້ງແຜນປະຕິບັດງານແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີ 3 ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ເພື່ອແນ່ໃສ່ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ. ພ້ອມທັງຊຸກຍູ້ໃຫ້ກອງເລຂາອາຊຽນສືບຕໍ່ຂົນຂວາຍບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກ ເພື່ອໃຫ້ການສະໜັບສະໜູນບັນດາໂຄງການຝຶກອົບຮົມໃຫ້ນັກການທູດໜຸ່ມນ້ອຍຂອງປະເທດອາຊຽນໃໝ່ (CLMV) ເນື່ອງຈາກວ່າເປັນໂຄງການທີ່ສຳຄັນສຳລັບການພັດທະນາຊັບພະຍາກອນມະນຸດໃນໄລຍະຍາວ.
ການຕ້ອນຮັບຂອງ ທ່ານ ເລຂາທິການໃຫຍ່ອາຊຽນໃນຄັ້ງນີ້ແມ່ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງເຫັນດີຕໍ່ຄຳສະເໜີຂອງທ່ານເອກອັກຄະລັດຖະທູດ ແລະ ໄດ້ຍືນຍັນວ່າ ໃນໄລຍະຜ່ານມາ ສປປ ລາວ ກໍໄດ້ປະກອບສ່ວນຢ່າງຫຼວງຫຼາຍໃນການສ້າງປະຊາຄົມອາຊຽນ ຕະຫຼອດມາ. ພ້ອມນີ້, ທ່ານ ເລຂາທິການໃຫຍ່ອາຊຽນ ຍັງໄດ້ຊົມເຊີຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ວ່າມີລະດັບການຂະຫຍາຍຕົວທີ່ດີ ແລະ ໝັ້ນຄົງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອຕໍ່ ສປປ ລາວ ໃນໄລຍະຕໍ່ໄປ.