ໃນວັນທີ 9 ມີນາ 2018, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ, ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 108 ປີ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີວຽງເພັດ ເພັດວໍຣະສັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ, ພ້ອມດ້ວຍພະນັກງານສະຖານທູດ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນປະຈຳສະຖານທູດ ແລະ ບັນດານັກສຶກສາຍິງ ທີ່ກຳລັງສຶກສາ ຢູ່ ນະຄອນຫຼວງມົດສະກູ ກໍໄດ້ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ນາງ ສີສຸພັນ ພຸດທະວົງ, ຫົວໜ້າສະຫະພັນແມ່ຍິງສະຖານທູດລາວ ທີ່ ມົດສະກູ, ໄດ້ກ່າວສະຫຼຸບລາຍງານການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງສະຖານທູດ ແລະ ເລົ່າມູນເຊື້ອຄວາມໝາຍສຳຄັນຂອງວັນແມ່ຍິງສາກົນ, ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນທີ 8 ມີນາ, ຊຶ່ງແມ່ນເຫດການການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໂດຍສະເພາະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີແນວທາງນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ຊຶ່ງໄດ້ກໍານົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ໃນກົດໝາຍຕ່າງໆ. ພ້ອມນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ເປັນລັດພາຄີຂອງສົນທິສັນຍາສາກົນ ກ່ຽວກັບ ການປົກປ້ອງສິດທິຂອງແມ່ຍິງໃນດ້ານຕ່າງໆເວົ້າລວມ, ເວົ້າສະເພາະໃນຂົງເຂດການຕ່າງປະເທດ ໂດຍປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື, ເຄົາລົບອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ, ຮ່ວມມືກັນບົນຈິດໃຈດັ່ງກ່າວ. ການເຄື່ອນໄຫວວຽກງານການທູດຂອງ ໜ່ວຍສະຫະພັນແມ່ຍິງລາວ ປະຈຳ ສະຖານທູດ ແມ່ນໄດ້ເອົາໃຈໃສ່ເຄຶ່ອນໄຫວເພື່ອເສີມສ້າງມິດຕະພາບກັບປະເທດເຈົ້າພາບ ກໍຄືເພື່ອນມິດສາກົນໃນຂົງເຂດດັ່ງກ່າວ.
ໃນໂອກາດດັ່ງກ່າວ, ທ່ານທູດ ສີວຽງເພັດ ເພັດວໍຣະສັກ ໄດ້ໃຫ້ກຽດໂອ້ລົມຕໍ່ເອື້ອຍນ້ອງແມ່ຍິງ, ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນດ້ານຕ່າງໆ ທີ່ເອື້ອຍນ້ອງສາມາດຍາດມາໄດ້, ພ້ອມທັງໄດ້ຍົກໃຫ້ເຫັນບົດບາດ, ໜ້າທີ່ອັນສຳຄັນຂອງແມ່ຍິງລາວເຮົາ. ພ້ອມນີ້, ທ່ານທູດ ໄດ້ເນັ້ນໜັກຕໍ່ບັນດານັກສຶກສາລາວ ທີ່ກຳລັງສຶກສາ ຢູ່ ສະຫະພັນຣັດເຊຍ, ໂດຍສະເພາະນັກສຶກສາເພດຍິງ ໃຫ້ສືບຕໍ່ສົ່ງເສີມມູນເຊື້ອວັດທະນະທໍາ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ຕັ້ງໜ້າເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ເພື່ອໃຫ້ກາຍເປັນຜູ້ສືບທອດທີ່ດີມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ເປັນກຳລັງແຮງອັນສຳຄັນຂອງປະເທດຊາດ ສືບຕໍ່ໄປ.