ໃນວັນທີ 28 ກຸມພາ 2018, ທີ່ ນະຄອນຫຼວງໂຣມ, ປະເທດອີຕາລີ, ທ່ານ ຄຳອິນ ຄິດຈະເດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ເຊຈີໂອ ແມັດເທແລລາ (Sergio Mattarella), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ, ທີ່ ພະລາດສະວັງ ກິຣີນາເລ (Quirinale Palace), ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອີຕາລີ.
ພາຍຫຼັງການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດລາວ ໄດ້ພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີ ອີຕາລີ. ໃນໂອກາດນີ້, ທ່ານທູດ ກໍ່ໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ເຊຈີໂອ ແມັດເທແລລາ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນອີຕາລີ ທຸກຖ້ວນໜ້າ. ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ຫວນຄືນເຖິງການພົວພັນສອງຝ່າຍ ຕະຫລອດໄລຍະຜ່ານມາ; ສະແດງຄວາມຊົມເຊີຍຕໍ່ບົດບາດອັນສຳຄັນຂອງ ສາທາລະນະລັດ ອີຕາລີ ຢູ່ໃນພາກພື້ນ, ສາກົນ ແລະ ອີຢູ, ການເຕີບໃຫຍ່ຂະຫຍາຍຕົວ, ການພັດທະນາເສດຖະກິດ-ສັງຄົມ ຂອງ ສາທາລະນະລັດ ອີຕາລີ ໃນໄລຍະຜ່ານມາ; ພ້ອມທັງໄດ້ແຈ້ງໂດຍຫຍໍ້ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາ ທີ່ຈະນຳເອົາປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ພາຍໃນປີ 2020; ໄດ້ເນັ້ນຄືນເຖິງ ສາຍພົວພັນຂອງສອງປະເທດ ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 07 ທັນວາ 1965 ຈົນເຖິງປັດຈຸບັນ; ຫວນຄືນການຮ່ວມມືຂອງສອງປະເທດ ແລະ ການຊ່ວຍເຫຼືອຂອງ ສາທາລະນະລັດ ອີຕາລີ ໃນຂະແໜງການຕ່າງໆ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ; ສະແດງຄວາມຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານ ອີຕາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສະເໜີໃຫ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີລະຫວ່າງ ສາທາລະນະລັດ ອີຕາລີ ແລະ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ພະນະທ່ານປະທານາທິບໍດີ ເຊຈີໂອ ແມັດເທແລລາ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງຂອງ ທ່ານເອກອັກຄະລັດຖະທູດລາວ ຄົນໃໝ່ ປະຈຳ ປະເທດ ອີຕາລີ, ສະແດງຄວາມຊົມເຊີຍຕໍ່ ປະຊາຊົນ ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ໄດ້ສົ່ງຄຳຍື້ຢາມຖາມຂ່າວອັນອົບອຸ່ນ, ຄວາມອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ປະຕິບັດໜ້າທີ່ການທູດ ດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ.
ການຍື່ນສານ ແລະ ການພົບປະ ລະຫວ່າງ ພະນະທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແຕ່ຕົ້ນ ຕະຫຼອດປາຍ.