ໃນຕອນບ່າຍຂອງວັນທີ 27 ມັງກອນ 2018, ຢູ່ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ໄດ້ຈັດພິທີການແຂ່ງຂັນກິລາມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 40 ປີ ລະຫວ່າງ ສະຖານທູດ ແຫ່ງ ສປປ ລາວ ແລະ ສະຖານທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກກໍາປູເຈຍ, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ຝ່າຍ ລາວນໍາໂດຍ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກກໍາປູເຈຍ, ຝ່າຍຫວຽດນາມ ນໍາໂດຍ ທ່ານ VU QUANG MINH, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍພະນັກງານນັກການທູດ, ພະນັກງານຂະແໜງການຕ່າງໆ ແລະ ນັກສຶກສາ ເຂົ້າຮ່ວມຈໍານວນ 100 ກວ່າ ທ່ານ. ລາຍການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ປະກອບມີ: ກິລາຕີດອກປີກໄກ່, ໂຍນບຸ້ນ ແລະ ຕີປິງປອງ. ໃນນັ້ນ, ໄດ້ຈັດເປັນ 02 ປະເພດຄື: ກິລາເພດຊາຍ ແລະ ກິລາເພດຍິງ.
ພາຍຫຼັງສໍາເລັດການແຂ່ງຂັນກິລາມິດຕະພາບແລ້ວ ກໍ່ໄດ້ມີການຮັບປະທານອາຫານຄໍ່າຮ່ວມກັນ, ຮັບຊົມການ ສະແດງບົດຟ້ອນ 2 ລາຍການ ໂດຍນັກສຶກສາລາວຂະແໜງສິລະປະກໍາ, ຂະນະດຽວກັນກໍ່ໄດ້ພັດປ່ຽນກັນປະກອບສຽງເພັງມິດຕະພາບ ລາວ-ຫວຽດນາມ ຈາກທ່ານເອກອັກຄະລັດຖະທູດທັງສອງ ຈາກນັ້ນກໍ່ມີການຟ້ອນລໍາວົງສາມະຄີ ສະຫຼັບດ້ວຍພິທີມອບລາງວັນ ໃຫ້ແກ່ບັນດານັກກິລາປະເພດຕ່າງໆ ທີ່ໄດ້ຮັບໄຊຊະນະໃນການແຂ່ງຂັນ ອັນດັບທີ່ 01 ແລະ ອັນດັບທີ່ 02 ຈາກທ່ານເອກອັກຄະລັດຖະທູດທັງສອງທ່ານ ເພື່ອເປັນການຮັດແໜ້ນຄວາມສາມັກຄີແບບພິເສດ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.