ໃນຕອນທ່ຽງຂອງ ວັນທີ 18 ພະຈິກ 2017, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ອູລານບາຕໍ, ປະເທດ ມົງໂກລີ ໄດ້ຮ່ວມກັບນັກສຶກສາລາວຊາວເຜົ່າມົ້ງ ທີ່ ກໍາລັງສຶກສາຮໍ່າຮຽນ ຢູ່ ມົງໂກລີ ຈັດງານສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ (ບຸນກິນຈຽງ) ຂອງຊາວເຜົ່າມົ້ງ ຢູ່ ສະຖານເອກອັກຄະລັດຖະທູດ
ໃນງານດັ່ງກ່າວນີ້ ໄດ້ມີພິທີບາສີສູ່ຂວັນຕາມຮີດຄອງປະເພນີ, ທັງນີ້ ກໍເພື່ອເປັນການອະນຸລັກ-ຮັກສາ ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊົນເຜົ່າມົ້ງ, ໂດຍມີພະນັກງານຂອງສະຖານທູດ ພ້ອມດ້ວຍນັກສຶກສາລາວ ທີ່ ກຳລັງສຶກສາ ຢູ່ ມົງໂກລີ ໝົດທຸກຄົນ ໄດ້ເຂົ້າຮ່ວມ. ພາຍຫລັງສຳເລັດການບາສີສູ່ຂວັນແລ້ວ ກໍໄດ້ຈັດພາເຂົ້າສາ ມັກຄີ ເພື່ອເປັນການພົບປະສັງສັນ, ສ້າງຄວາມຮັກແພງ, ໃກ້ຊິດ ລະຫວ່າງ ພະນັກງານຂອງ ສະຖານທູດ ແລະ ນັກສຶກສາ ດ້ວຍກັນ. ກ່ອນການຮ່ວມພາເຂົ້າສາມັກຄີ, ທ່ານ ສີອາລຸນກອນ ແສງອຸທອນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ກໍໄດ້ຖືເອົາໂອກາດນີ້ ກ່າວອວຍພອນ ໃນໂອກາດວັນສໍາຄັນຂອງ ນັກສຶກສາເຜົ່າມົ້ງລາວ ຈົ່ງມີພະລະນາໄມສົມບູນ, ມີຄວາມສາມັກຄີ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ-ວິຊາຄວາມຮູ້, ຮຽນໃຫ້ເກັ່ງ-ເສັງໃຫ້ໄດ້ ເພື່ອນຳໄປປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ, ລວມເຖິງ ການເຄົາລົບລະບຽບການ ຂອງປະເທດ ເຈົ້າພາບ ກໍຄືລະບຽບຂອງສະຖາບັນບ່ອນຕົນສຶກສາຢູ່. ພາຍຫລັງ ຮັບປະທານ ອາຫານທ່ຽງແລ້ວ ກໍໄດ້ມີການມ່ວນຊື່ນຕາມຮີດຄອງປະເພນີ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊີ່ງ.