ວັນທີ 04 ພະຈິກ 2017 ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດຈາກ ສ.ອາເມລິກາ ມາເຄື່ອນ ໄຫວຢ້ຽມຢາມ ສປປ ລາວ ແລະ ແຂ່ງຂັນກ໊ອຟມິດຕະພາບຊິງຂັນທ່ານລັດຖະມົນຕີ ກະຊວງການຕ່າງປະເທດ, ເຊິ່ງຈັດຂຶ້້ນຢູ່ສະໜາມກ໊ອຟ ເລກວິວ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເປີດພິທີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງ ລັດຖະມົນຕີ, ບັນດາຄະນະນຳຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການ, ບັນດາເອກອັກຄະລັດຖະທູດລາວປະຈຳ ຢູ່ຕ່າງປະເທດ, ຫົວໜ້າກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນຄົນເຊື້ອຊາດລາວ ຈາກ ສ.ອາເມລິກາ ໂດຍມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 70 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ສຸວັນນາ ຜຸຍຍະວົງ, ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງ ການຕ່າງປະເທດ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຈາກ ສ.ອາເມລິກາ ທີ່ເດີນທາງມາ ເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກີລາກ໊ອຟມິດຕະພາບຢູ່ ສປປ ລາວ ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍ ມິດຕະພາບ ລະຫວ່າງເຊື້ອຊາດລາວເຮົາຢູ່ຕ່າງປະເທດ ໂດຍສະເພາະຄົນເຊື້ອຊາດລາວຢູ່ ສ.ອາເມລິກາ ເຊິ່ງຍາມໃດ ພັກ-ລັດກໍ່ຍັງເປັນຫ່ວງເປັນໄຍສະເໝີ ເຖິງວ່າຈະໄປຢູ່ໃສ, ປະເທດໃດກໍ່ບໍສາມາດຕັດແຍກອອກຈາກວົງຄະນະຍາດ ເຊື້ອຊາດລາວເຮົາໄດ້.
ການເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບ ຂອງຄະນະຜູ້ແທນຄົນເຊື້ອຊາດລາວຈາກ ສ.ອາເມລິກາ ໃນຄັ້ງນີ້ແມ່ນຈະດຳເນີນຕັ້ງແຕ່ວັນທີ 4 -10 ພະຈິກ 2017 ໃນນັ້ນຍັງຈະໄດ້ເດີນທາງໄປເຄື່ອນໄຫວ ຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບຢູ່ ແຂວງຫຼວງພະບາງ. ນອກຈາກນັ້ນ, ຄະນະດັ່ງກ່າວຍັງຈະໄດ້ເຂົ້າ ຢ້ຽມ ຂໍ່ານັບບັນດາການນຳຂອງລາວຢູ່ນະຄອນຫຼວງວຽງຈັນເຊັ່ນ: ປະທານສູນກາງແນວລາວສ້າງຊາດ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ອະທິການບໍດີ ມະຫາວິທະ ຍາໄລແຫ່ງຊາດ.
ຕອນທ້າຍ ທ່ານ ສຸວັນນາ ຜຸຍຍະວົງກໍ່ໄດ້ກ່າວອວຍພອນໃຫ້ຄະນະດັ່ງກ່າວຈາກ ສ.ອາເມລິກາ ແລະ ບັນດາແຂກພາຍໃນທີ່ເຂົ້າຮ່ວມແຂ່ງຂັນທັງໝົດ ປະສົມຜົນສຳເລັດໃນໜ້າທີ່ການງານ, ມີຄວາມເບີກບານມ່ວນຊື່ນ, ແລະ ອວຍພອນ ໃຫ້ການແຂ່ງຂັນຄັ້ງນີ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ.